ວັນທີ 14 ຕຸລາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດພິທີປະກາດ ແລະບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ ຂອງທັງສາມໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ຊສແຂວງ. ໂດຍພການເປັນປະທານຂອງສະຫາຍ ຄຳບຸນ ດວງພະບາງ, ກຳມະການປະຈຳພັກແຂວງ, ເຂົ້າຮ່ວມໃນພິທີມີສະຫາຍ ຫັດສະໄນ ສີບຸເຫຼືອງ ກຳມະການພັກແຂວງ ເລຂາພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ປະກອບມີບັນດາສະຫາຍໃນຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແຂກຖືນເຊີນ ຕະຫຼອດຮອດບັນດາສະຫາຍໃນຮາກຖານພັກພະແນກ ຊສ ແຂວງເຂົ້າຮ່ວມ.

 

 ໃນພິທີ ສະຫາຍ ຜູ້ຕາງໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 266/ຄປພຂ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການປະກາດການສ້າງຕັ້ງໜ່ວຍພັກທີ່ດິນ ຂຶ້ນກັບຮາກຖານພັກພະແນກ ຊສ ແຂວງ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 265/ຄປພຂ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການໄດ້ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະກໍາມະການໜ່ວຍພັກທີ່ດິນ ຄະນະປະຈໍາພັກແຂວງຕົກລົງເຫັນດີແຕ່ງຕັ້ງສະຫາຍ ຕົງທະສັກ ຈິດສະລາດ ເປັນເລຂາໜ່ວຍພັກທີ່ດິນ, ສະຫາຍ ບຸນຄ້ຳ ແພງພົງສະຫວັນ ເປັນຮອງເລຂາ ແລະສະຫາຍ ບຸນໜາ ແກ້ວນາມວົງສາ ເປັນກຳມະການ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 267/ຄປພຂ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາໜ່ວຍພັກຊັບພະຍາກອນທຳມະຊາດ ຄະນະປະຈຳພັກແຂວງ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ວຽງໄຊ ນໍລະສິງ ເປັນຮອງເລຂາໜ່ວຍພັກ, ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 268/ຄປພຂ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການໜ່ວຍພັກສິ່ງແວດລ້ອມ ຄະນະປະຈຳພັກແຂວງ ຕົກລົງເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ສົມມີໄຊ ພະສະຫວັດ ເປັນກຳມະການໜ່ວຍພັກສິ່ງແວດລ້ອມ.

ໃນໂອກາດທີ່ເຂົ້າຮ່ວມໃນພິທີສະຫາຍ ຄຳບຸນ ດວງພະບາງ, ກຳມະການປະຈຳພັກແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນຳ ແກ່ບັນດາສະຫາຍຄະນະພັກຮາກຖານ, ເລຂາ ແລະຮອງເລຂາໜ່ວຍພັກ ແລະສະມາຊິກພັກຂອງທັງສາມໜ່ວຍພັກ. ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະພັກຮາກຖານ ເລຂາ ຮອງເລຂາໜ່ວຍພັກຂອງທັງສາມຫນ່ວຍ ທີ່ໄດ້ຖືກແຕ່ງຕັ້ງ ຕະຫຼອດສະຫາຍສະມາຊິກພັກທຸກສະຫາຍ ທີ່ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໄດ້ເປັນຢ່າງດີ ແລະ ສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ ໃນຕະຫຼອດໄລຍະທີ່ຜ່ານມາ ພ້ອມດຽວກັນນີ້ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກທຸກສະຫາຍ ຈົ່ງໄດ້ພ້ອມພາກັນສຸມທຸກເຫື່ອແຮງ ແລະສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງແຕ່ລະສະຫາຍໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ແລະອີກຢ່າງໜຶ່ງກໍ່ເພື່ອເປັນການສ້າງຜົນງານເພື່ອເຮັດໃຫ້ຮາກຖານພັກ ກໍ່ຄືສາມໜ່ວຍພັກທີ່ຂຶ້ນກັບຮາກຖານພັກຂອງຕົນສາມາດຍາດໃນນາມມະຍົດຮາກຖານພັກ ແລະໜ່ວຍພັກປອດໃສ ເຂັ້ມແຂງ ແລະໜັກແໜ້ນໃນຕໍ່ໜ້າ.

ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ

ກວດແກ້ໂດຍ: ວຽງໄຊ ນໍລະສິງ.