ວັນທີ 01 ມີຖຸນາ 2022 ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2021 ແລະທິດທາງແຜນການປີ 2022 ຢ່າງເປັນທາງການ ໂດຍພາຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງອັດຕະປື, ທ່ານ ຫັດສະໄນ ສີບຸນເຫຼືອງ, ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຈາກພະແນກການອ້ອມຂ້າງແຂວງຈຳນວນໜຶ່ງ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ ທັງ 5 ເມືອງ, ທ່ານຮອງຫົວໜ້າພະແນກ ຊສແຂວງ, ບັນດາຫົວໜ້າຫ້ອງການ ຊສເມືອງ ຕະຫຼອດຮອດຫົວໜ້າ ຮອງຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

 

ໃນພິທີທ່ານ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ  ໄດ້ກ່າວເປີດກອງປະຊຸມ, ຈາກນັ້ນທ່ານ ວົງທອງ ຍົດລືໄຊ ຮອງຫົວໜ້າພະແນກ ຊສແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການປີ 2022.

          ໃນໂອກາດທີ່ເຂົ້າຮ່ວມພິທີ ທ່ານ ທະນູໄຊ ບັນຊາລິດ, ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ໄດ້ໃຫ້ກຽດໂອ້ລົມແກ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ກັບຜົນງານ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານຕ່າງໆຂອງພະແນກ ຊສ ແຂວງໃນຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ເປັນຕົ້ນແມ່ນສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການທີ່ວາງໄວ້, ພ້ອມດຽວກັນນີ້ທ່ານກໍ່ຍັງໄດ້ເນັ້ນໜັກໃຫ້ຄະນະພັກ ຄະນະພະແນກຈົ່ງໄດ້ພ້ອມພາກັນສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ບັນລຸຕາມເປົ້າໝາຍ ຕາມແຜນການທີ່ວາງໄວ້, ເປັນຕົ້ນແມ່ນວຽກງານທີ່ດິນ, ວຽກງານສິ່ງແວດລ້ອມ, ຊັບພະຍາກອນນ້ຳ-ອຸຕຸນິຍົມ ແລະ ວຽກງານກວດກາ ແລະ ໃຫ້ຈັດວຽກວິຊາສະເພາະໃຫ້ເປັນຕາຕະລາງເຄື່ອນໄຫວຊັດເຈນ ແລະ ມອບໃຫ້ບຸກຄົນເປັນຜູ້ຈັດຕັ້ງປະຕິບັດຢ່າງຂາດຕົວ ເພື່ອຮັບປະກັນ ແລະ ສະດວກໃນການຕິດຕາມ ເນື່ອງຈາກວຽກງານເລົ່ານີ້ແມ່ນເປັນໝາກຫົວໃຈສຳຄັນໃນຂົງເຂດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.