ວັນທີ 26 ຕຸລາ 2021 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດກອງປະຊຸມປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງປີ 2016-2020 ແລະສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ປີ 2021-2025. ໂດຍການເປັນປະທານຮ່ວມຂອງທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ທ່ານ ຈິດປະສົງ ສິງສະຫວັດ ຮອງປະທານກວດກາພັກ-ລັດແຂວງ ທ່ານ ສຸດໃຈ ມາໄຊຍະວົງ ຄະນະຈັດຕັ້ງແຂວງ, ມີບັນດາທ່ານໃນຄະນະພະແນກ, ແຂກຖືກເຊີນຈາກພະແນກພາຍໃນແຂວງ, ຈັດຕັ້ງແຂວງ, ກວດກາພັກ-ລັດ, ມີຫົວໜ້າຂະແໜງ ຮອງຂະແໜງ ຕະຫຼອດຮອດພະນັກງານລັດຖະກອນພາຍໃນພະແນກ ຊສ ແຂວງເຂົ້າຮ່ວມ.

 

 

ໃນພິທີທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນກຳນົດພະນັກງານນໍາພາ - ຄຸ້ມຄອງຂອງພະແນກຊສ ແຂວງ ແຕ່ປີ 2016-2020. ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ສະບັບເລກທີ 3171/ກຊສ ລົງວັນທີ 1 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງພະແນກ ຊສ ແຂວງ ແລະຕົກລົງຮັບເອົາແຜນກໍານົດພະນັກງານນຳພາຄຸ້ມຄອງ ຂັ້ນແຂວງ ຂອງພະແນກ ຊສ ແຂວງ ເຊິ່ງປະກອບດ້ວຍຕໍາແໜ່ງງານ ຂັ້ນຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງປະກອບມີ 8 ຂະແໜງການຄື: ຂະແໜງບໍລິຫານການເງິນ, ແຜນການ-ສະຖິຕິ ແລະຂໍ້ມູນຂ່າວສານ, ຈັດຕັ້ງ-ພະນັກງານ, ກວດກາ, ທີ່ດິນ, ຊັບພະຍາກອນນໍ້າ ແລະອຸຕຸ, ສິ່ງແວດລ້ອມ ແລະການປ່ຽນແປງດິນຟ້າອາກາດ ແລະຂະແໜງກວດກາສິ່ງແວດລ້ອມ ລວມມີທັງໝົດ 28 ຕໍາແໜ່ງງານ, ມາຮອດປີ 2020 ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຊສ ສະບັບເລກທີ 4983/ກຊສ ລົງວັນທີ 3 ພະຈິກ 2020 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງພະແນກ ຊສ ແຂວງ ເຊິ່ງບາງຂະແໜງການກໍ່ໄດ້ມີການໂຮມເຂົ້າກັນເປັນ 5 ຂະແໜງການຄື: ຫ້ອງການບໍລິຫານ, ແຜນການ-ການເງິນ, ຂະແໜງຈັດຕັ້ງ-ພະນັກງານ, ຂະແໜງກວດກາ, ຂະແໜງສິ່ງແວດລ້ອມ,ນໍ້າ, ອຸຕຸນິຍົມ ແລະອຸທົກກະສາດ ແລະຂະແໜງທີ່ດິນ ລວມມີພະນັກງານທັງໝົດ 56 ທ່ານ ຍິງ 15 ທ່ານ.

 

ຈາກນັ້ນທ່ານ ຈິດປະສົງ ສິງສະຫວັດ ຮອງປະທານກວດກາພັກ-ລັດແຂວງ ກໍ່ໄດ້ຜ່ານຄໍາສັ່ງຂອງຄະນະປະຈໍາພັກແຂວງ ແລະທ່ານ ສຸດໃຈ ມາໄຊຍະວົງ ຄະນະຈັດຕັ້ງແຂວງ ກໍ່ໄດ້ພັດປ່ຽນກັນຂຶ້ນຜ່ານບົດແນະນຳການຈັດຕັ້ງປະຕິບັດຄໍາສັ່ງແນະນຳຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງໃນທົ່ວແຂວງໄລຍະແຕ່ປີ 2021-2025 ທັງນີ້ກໍ່ເພື່ອເຮັດໃຫ້ຄະນະພັກ, ຄະນະນໍາ ພະນັກງານຫຼັກແຫຼ່ງ ແລະພະນັກງານທີ່ເຮັດວຽກຈັດຕັ້ງຢູ່ແຕ່ລະຂັ້ນ ມີຄວາມຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງເປັນເອກະພາບຕໍ່ບັນດາເນື້ອໃນທີ່ໄດ້ກໍານົດ ໃນຄໍາສັ່ງແນະນໍາຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ເພື່ອດໍາເນີນການສ້າງແຜນກໍານົດພະນັກງານທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ.
 
 
 
 
 
 
 
 
 
 
 
ຈາກນັ້ນບັນດາພະນັກງານລັດຖະກອນໃນທົ່ວພະແນກ ຊສ ແຂວງ ກໍ່ໄດ້ມີການໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດທາບທາມແຜນກໍານົດພະນັກງານນຳພາ - ຄຸ້ມຄອງ ຮອບ 1 ແຕ່ປີ 2021-2025 ທັງນີ້ກໍ່ເພື່ອເປັນການຄັດເລືອກເອົາພະນັກງານຜູ້ທີ່ມີຄວາມຮູ້ຄວາມສາມາດມາຊີ້ນຳ ນຳພາພະແນກການຂອງຕົນໃຫ້ມີການພັດທະນາທາງດ້ານວຽກງານວິຊາສະເພາະໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ.
ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ
ກວດແກ້ໂດຍ: ວຽງໄຊ ນໍລະສິງ.