ວັນທີ 14 ກັນຍາ 2021 ນີ້. ທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິຕາມກວດກາດ້ານສິ່ງແວດລ້ອມ ຂອງບໍລິສັດ ຂັນໄຊ ພັດທະນາກະສິກຳ ຈໍາກັດຜູ້ດຽວ ຢູ່ເຂດບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ແຂວງອັດຕະປື.

ການລົງຕິດຕາມກວດກາໃນຄັ້ງນີ້ທ່ານໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳດ້ານຕ່າງໆຂອງທາງບໍລິສັດຈາກທ່ານ ຫງວຽນຈີຖັງ ຜູ້ອຳນວຍການບໍລິສັດ ຂັນໄຊ ພັດທະນາກະສິກຳ ຈໍາກັດຜູ້ດຽວ. ເຊິ່ງກິດຈະກຳທີ່ທາງບໍລິສັດໄດ້ຈັດຕັ້ງປະຕິບັດປະກອບມີ: ການປູກກ້ວຍ, ໄມ້ອຸດສະຫະກຳ, ປູກຫຍ້າລ້ຽງງົວ, ລ້ຽງປາ ແລະລ້ຽງງົວ ໃນເນື້ອທີ່ 1,000 ກ່ວາເຮັກຕາ. ເຊິ່ງເນື້ອທີ່ສ່ວນໃຫຍ່ແມ່ນປູກກ້ວຍ ເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດຄື: ປະເທດຈີນ, ເກົາຫຼີ ແລະ ຍີ່ປຸ່ນ. ໂຄງການດັ່ງກ່າວໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນພາຍໃນແຂວງກວ່າ 800 ຄົນ, ມີລາຍຮັບຂັ້ນຕາໍ່ສຸດແມ່ນ 1.500.000 ກີບ/ເດືອນ.
 
ນອກຈາກນີ້ບໍລິສັດ ຍັງອຳນວຍຄວາມສະດວກດ້ານທີ່ຢູ່-ພັກເຊົາ ແລະ ສະວັດດີການໃຫ້ແກ່ຄົນງານພາຍໃນບໍລິສັດ ແລະ ປັດຈຸບັນນີ້ ທາງບໍລິສັດຍັງມີຄວາມຕ້ອງການພະນັກງານຈຳນວນຫຼາຍເຂົ້າມາເຮັດວຽກນຳບໍລິສັດ. ສຳ ລັບການອະນາໄມ ແລະ ການກຳຈັດສິ່ງເສດເຫຼືອຂອງທາງບໍລິສັດ ເປັນຕົ້ນແມ່ນຖົງຢາງ, ແຜ່ນໂຟມ ທີ່ໃຊ້ໃນການຫໍ່ກ້ວຍ ທາງບໍລິສັດແມ່ນເກັບມາຜະລິດຄືນໃໝ່ (Rycicle) ດ້ວຍການນຳມາລ້າງແລ້ວອັດເປັນເມັດ ເພື່ອຜະລິດເປັນຖົງຢາງນຳໃຊ້ຕໍ່ໄປ.
 
ສຳລັບກ້ວຍທີ່ບໍ່ໄດ້ມາດຕະຖານໃນການສົ່ງອອກ ກໍ່ນຳໄປລ້ຽງງົວ ແລະໄປບົ່ມເປັນຝຸ່ນຊີວະພາບດ້ວຍການປະສົມກັບຂີ້ງົວ ແລະ ກາບໝາກຟ້າວ ແລ້ວນຳມາໃຊ້ໃນການປູກກ້ວຍ ແລະ ໄມ້ອຸດສະຫະກຳ ຂອງບໍລິສັດ ຈາກນັ້ນທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະ ກໍ່ໄດ້ລົງເບິ່ງການປະຕິບັດວຽກງານຕົວຈິງຂອງບໍລິສັດ.
ພ້ອມດຽວກັນນີ້ທ່ານກໍ່ຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ທາງບໍລິສັດ ທີ່ມີຄວາມເອົາໃຈໃສ່ໃນວຽກງານດ້ານສິ່ງແວດລ້ອມ ດ້ວຍການນຳສິ່ງເສດເຫຼືອຕ່າງໆມາຜະລິດ ແລະ ນຳໃຊ້ຄືນໃໝ່ ທັງເປັນການປະຢັດຕົ້ນທຶນ ແລະ ຊ່ວຍປົກປັກຮັກສາສິ່ງແວດລ້ອມຕື່ມອີກ.
ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ
ກວດແກ້ໂດຍ: ວຽງໄຊ ນໍລະສິງ.