ມອບໃບຕາດິນຖາວອນ ແລະໃບແຈ້ງເນື້ອທີ່ດິນ ໃຫ້ແກ່ປະຊາຊົນ 3 ບ້ານ ຂອງເມືອງສະໜາມໄຊທີ່ຖືກຜົນກະ ທົບຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ
ວັນທີ 20 ສິງຫາ 2021 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງສະໜາມໄຊ ໄດ້ຈັດພະທີມອບໃບຕາດິນຖາວອນ ແລະ ໃບແຈ້ງເນື້ອທີ່ດິນກະສິກຳ ໃຫ້ແກ່ປະຊາຊົນຈຳນວນ 3 ບ້ານຂອງເມືອງຊະໜາມໄຊ ຄື: ບ້ານດົງບາກໃໝ່ຫີນຄຳ, ບ້ານສະໝອງໃໝ່ປີນດົງ ແລະ ບ້ານຫີນລາດ (ຈຸດຕໍມະຢອດ). ໂດຍການການເປັນປະທານຂອງທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ-ເມືອງສະໜາມໄຊ. ປະກອບມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງ ເຊັ່ນ: ທ່ານ ຄຳສິງ ພົງສະຫວັດ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງ, ມີບັນດາທ່ານຫົວໜ້າຫ້ອງການຕ່າງອ້ອມຂ້າງເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານຂອງທັງ 3 ບ້ານເຂົ້າຮ່ວມ.
Read more: ມອບໃບຕາດິນຖາວອນ ແລະໃບແຈ້ງເນື້ອທີ່ດິນ ໃຫ້ແກ່ປະຊາຊົນ 3 ບ້ານ ຂອງເມືອງສະໜາມໄຊທີ່ຖືກຜົນກະ...
ພະແນກ ຊສແຂວງ ຈັດເຝິກອົບຮົມການແຕ່ງເອກະສານທາງການ ແລະ ແນະນຳການບໍລິການເອກະສານດ້ານວິຊາການວຽກງານທີ່ດິນ ແລະ ສິ່ງແວດລ້ອມ ໃຫ້ແກ່ບັນດາຂະແໜງພາຍໃນພະແນກ
ວັນທີ 25 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດເຝິກອົບຮົມກ່ຽວກັບການແຕ່ງເອກະສານທາງການ ແລະ ແນະນຳການບໍລິການເອກະສານດ້ານວິຊາການວຽກງານທີ່ດິນ ແລະ ສິ່ງແວດລ້ອມ ໃຫ້ແກ່ພະນັກງານຂອງພະແນກ ຊສ ແຂວງ ໂດຍການບັນຍາຍຂອງທ່ານ ວຽງໄຊ ນໍລະສິງ, ຫົວໜ້າຫ້ອງການບໍລິຫານ, ແຜນການ-ການເງິນ, ພະແນກ ຊສແຂວງ ແລະ ໃຫ້ກຽດເປັນປະທານໂດຍ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.ປະກອບມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງການພ້ອມດ້ວຍພະນັກງານວິຊາການພາຍໃນພະແນກຈຳນວນໜຶ່ງເຂົ້າຮ່ວມ.
ຂະແໜງທີ່ດິນ,ໄດ້ພ້ອມກັນຈັດຕັ້ງປະຕິບັດ ວຽກງານ,ການປ້ອນຂໍ້ມູນ,ການອອກໃບຕາດິນຖາວອນ
ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງອັດຕະປື,ສະບັບເລກທີ550/ຈຂ.ອປ,ລົງວັນ ທີ22/4/2019.ວ່າດ້ວຍການຮັບຮອງເອົາແຜນການຈັດສັນເນື້ອທີ່ດິນກະສິກຳ ເພື່ອແບ່ງປັນ ໃຫ້ປະຊາຊົນນຳໃຊ້ເຂົ້າໃນການຜະລິດເປັນສິນຄ້າ ໃນ9ເຂດການຜະລິດມີເນື້ອທີ່ທັງໝົດ 2.140 ເຮັກຕາ,ຢູ່4ຈຸດບ້ານຈັດສັນໃໝ່ເມືອງ ສະໜາມໄຊ,ແຂວງອັດຕະປື.
Read more: ຂະແໜງທີ່ດິນ,ໄດ້ພ້ອມກັນຈັດຕັ້ງປະຕິບັດ ວຽກງານ,ການປ້ອນຂໍ້ມູນ,ການອອກໃບຕາດິນຖາວອນ
ພະແນກ ຊສ ແຂວງຈັດຊຸດສຳມະນາສ້າງຄວາມເຂັ້ມແຂງໃຫ້ພະນັກງານກວດກາຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງສາມັກຄີໄຊ ແຕ່ງຕັ້ງພະນັກງານດຳລົງຕຳແໜງບໍລິຫານຫົວໜ້າ ແລະຮອງຫົວໜ້າໜ່ວຍງານ
Page 5 of 5
Latest Articles
- ປິດຊຸດຝຶກອົບຮົມວຽກງານຂຶ້ນທະບຽນອອກໃນຕາດິນໃຫ້ 5 ແຂວງ
- ພະແນກ ຊສ ອຂວງຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ແລະ ຄູ່ມືການຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃຫ້ແກ່ພະນັກງານທີ່ປະຕິບັດວຽກງານດັ່ງກ່າວ
- ພະແນກ ຊສ ແຂວງຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2021 ແລະທິດທາງແຜນການປີ 2022
- ພະແນກ ຊສແຂວງ ຈັດເຝິກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນ ທົ່ວເມືອງສາມັກຄີໄຊ.
- ພະແນກ ຊສ ແຂວງ ຈັດກອງປະຊຸມຝຶກອົບຮົມການຳໃຊ້ລະບົບຖານຂໍ້ມູນ LCIS ແລະການຂຶ້ນບັນຊີ ແລະການປະເມີນຄຸນນະພາບການໂຄງການເຊົ່າສຳປະທານທີ່ດິນລັດ