ໜ່ວຍພັກຊັບພະຍາກອນທຳມະຊາດຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ
ວັນທີ 11 ພະຈິກ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງອັດຕະປື ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກ ຊສແຂວງ. ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ, ແຂກຖືເຊີນ ພ້ອມດ້ວຍບັນດາສະຫາຍສະມາຊິກພັກ ພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
Read more: ໜ່ວຍພັກຊັບພະຍາກອນທຳມະຊາດຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ
ພະແນກ ຊສ ແຂວງ ຈັດກອງປະຊຸມປຶກສາຫາລືຂັ້ນເມືອງ ເພື່ອຜ່ານບົດປະປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ຂອງໂຄງການພະລັງງານແສງຕາເວັນເທິງໜ້າດິນ ເຂື່ອນໄຟຟ້ານ້ຳກົງ 3 ແລະໂຄງການພະລັງງານແສງຕາເວັນເທິງໜ້ານໍ້າ ເຂື່ອນໄຟຟ້ານ້ຳກົງ 3 ເມືອງພູວົງ.
ວັນທີ 5ພະຈິກ 2021 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນເມືອງ ເພື່ອຜ່ານບົດປະປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ຂອງໂຄງການພະລັງງານແສງຕາເວັນເທິງໜ້າດິນ ເຂື່ອນໄຟຟ້ານ້ຳກົງ 2 ແລະໂຄງການພະລັງງານແສງຕາເວັນເທິງໜ້ານໍ້າ ເຂື່ອນໄຟຟ້ານ້ຳກົງ 3 ເມືອງພູວົງ.ໂດຍການເປັນປະທານຮ່ວມຂອງທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ທ່ານ ທິດສະຫວັນ ໄຊຍະແສງ ຮອງເຈົ້າເມືອງ ເມືອງພູວົງ, ມີບັນດາທ່ານຈາກພະແນກການຕ່າງໆທີ່ກ່ຽວຂ້ອງຈາກແຂວງ, ເມືອງ, ອຳນາດການປົກຄອງບ້ານ ແລະຜູ້ຕ່າງໜ້າບໍລິສັດຈະເລີນເຊກອງພະລັງງານຈຳກັດ ແລະບໍລິສັດຈະເລີນຊັບ ທີ່ປຶກສາດ້ານວິສະວະກຳສິ່ງແວດລ້ອມ ຈຳກັດຜູ້ດຽວ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນພະແນກ ຊສ ແຂວງເຂົ້າຮ່ວມ
ພະແນກ ຊສ ແຂວງ ຈັດກອງປະຊຸມປະເມີນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ປີ 2016-2020ແລະສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແຕ່ປີ 2021-2025
ວັນທີ 26 ຕຸລາ 2021 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດກອງປະຊຸມປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງປີ 2016-2020 ແລະສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງແຕ່ປີ 2021-2025. ໂດຍການເປັນປະທານຮ່ວມຂອງທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ທ່ານ ຈິດປະສົງ ສິງສະຫວັດ ຮອງປະທານກວດກາພັກ-ລັດແຂວງ ທ່ານ ສຸດໃຈ ມາໄຊຍະວົງ ຄະນະຈັດຕັ້ງແຂວງ, ມີບັນດາທ່ານໃນຄະນະພະແນກ, ແຂກຖືກເຊີນຈາກພະແນກພາຍໃນແຂວງ, ຈັດຕັ້ງແຂວງ, ກວດກາພັກ-ລັດ, ມີຫົວໜ້າຂະແໜງ ຮອງຂະແໜງ ຕະຫຼອດຮອດພະນັກງານລັດຖະກອນພາຍໃນພະແນກ ຊສ ແຂວງເຂົ້າຮ່ວມ.
Read more: ພະແນກ ຊສ ແຂວງ ຈັດກອງປະຊຸມປະເມີນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ປີ...
ສາມໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກ ຊສ ແຂວງ ຈັດພິທີປະກາດ ແລະບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜາວຍພັກ
ວັນທີ 14 ຕຸລາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດພິທີປະກາດ ແລະບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ ຂອງທັງສາມໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ຊສແຂວງ. ໂດຍພການເປັນປະທານຂອງສະຫາຍ ຄຳບຸນ ດວງພະບາງ, ກຳມະການປະຈຳພັກແຂວງ, ເຂົ້າຮ່ວມໃນພິທີມີສະຫາຍ ຫັດສະໄນ ສີບຸເຫຼືອງ ກຳມະການພັກແຂວງ ເລຂາພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ປະກອບມີບັນດາສະຫາຍໃນຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແຂກຖືນເຊີນ ຕະຫຼອດຮອດບັນດາສະຫາຍໃນຮາກຖານພັກພະແນກ ຊສ ແຂວງເຂົ້າຮ່ວມ.
ທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງລົງຕິດຕາມກວດກາດ້ານສິ່ງແວດລ້ອມຂອງບໍລິສັດຂັນໄຊ ພັດທະນາກະສິກຳ
ວັນທີ 14 ກັນຍາ 2021 ນີ້. ທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິຕາມກວດກາດ້ານສິ່ງແວດລ້ອມ ຂອງບໍລິສັດ ຂັນໄຊ ພັດທະນາກະສິກຳ ຈໍາກັດຜູ້ດຽວ ຢູ່ເຂດບ້ານຫາດຊາຍຂາວ, ເມືອງໄຊເສດຖາ, ແຂວງອັດຕະປື.
Page 2 of 5