ວັນທີ 20 ສິງຫາ 2021 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງສະໜາມໄຊ ໄດ້ຈັດພະທີມອບໃບຕາດິນຖາວອນ ແລະ ໃບແຈ້ງເນື້ອທີ່ດິນກະສິກຳ ໃຫ້ແກ່ປະຊາຊົນຈຳນວນ 3 ບ້ານຂອງເມືອງຊະໜາມໄຊ ຄື: ບ້ານດົງບາກໃໝ່ຫີນຄຳ, ບ້ານສະໝອງໃໝ່ປີນດົງ ແລະ ບ້ານຫີນລາດ (ຈຸດຕໍມະຢອດ). ໂດຍການການເປັນປະທານຂອງທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ-ເມືອງສະໜາມໄຊ. ປະກອບມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງ ເຊັ່ນ: ທ່ານ ຄຳສິງ ພົງສະຫວັດ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງ, ມີບັນດາທ່ານຫົວໜ້າຫ້ອງການຕ່າງອ້ອມຂ້າງເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານຂອງທັງ 3 ບ້ານເຂົ້າຮ່ວມ.

        ວັນທີ 25 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດເຝິກອົບຮົມກ່ຽວກັບການແຕ່ງເອກະສານທາງການ ແລະ ແນະນຳການບໍລິການເອກະສານດ້ານວິຊາການວຽກງານທີ່ດິນ ແລະ ສິ່ງແວດລ້ອມ ໃຫ້ແກ່ພະນັກງານຂອງພະແນກ ຊສ ແຂວງ ໂດຍການບັນຍາຍຂອງທ່ານ ວຽງໄຊ ນໍລະສິງ, ຫົວໜ້າຫ້ອງການບໍລິຫານ, ແຜນການ-ການເງິນ, ພະແນກ ຊສແຂວງ ແລະ ໃຫ້ກຽດເປັນປະທານໂດຍ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.ປະກອບມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງການພ້ອມດ້ວຍພະນັກງານວິຊາການພາຍໃນພະແນກຈຳນວນໜຶ່ງເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງອັດຕະປື,ສະບັບເລກທີ550/ຈຂ.ອປ,ລົງວັນ ທີ22/4/2019.ວ່າດ້ວຍການຮັບຮອງເອົາແຜນການຈັດສັນເນື້ອທີ່ດິນກະສິກຳ ເພື່ອແບ່ງປັນ ໃຫ້ປະຊາຊົນນຳໃຊ້ເຂົ້າໃນການຜະລິດເປັນສິນຄ້າ ໃນ9ເຂດການຜະລິດມີເນື້ອທີ່ທັງໝົດ 2.140 ເຮັກຕາ,ຢູ່4ຈຸດບ້ານຈັດສັນໃໝ່ເມືອງ ສະໜາມໄຊ,ແຂວງອັດຕະປື.

ວັນທີ 3 ສິງຫາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງອັດຕະປື. ໄດ້ຈັດພິທີສຳມະນາສ້າງຄວາມເຂັ້ມແຂງໃຫ້ພະນັກງານກວດກາຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຂອງທ່ານ ສຸກວິໄລ ພອນສາຣະແສນ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ສີທັດ ມັດທະວົງ, ຮອງຫົວໜ້າກົມກວດກາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ການ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

ວັນທີ 3 ກໍລະກົດ 2021 ນີ້. ຢູ່ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງສາມັກຄີໄຊ. ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານ ທີ່ຂຶ້ນກັບຫ້ອງການ ຊສ ເມືອງສາມັກຄີໄຊ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ຄຳໝັ້ນ ສີສະໝຸດ ຮອງເຈົ້າເມືອງ ເມືອງສາມັກຄີໄຊ, ມີທ່ານທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ຊສ ເມືອງ, ແຂກຖືກເຊີນ ຕະຫຼອດຮອດພະນັກ ງານວິຊາການພາຍໃນຫ້ອງການ ຊສ ເມືອງດັ່ງກ່າວເຂົ້າຮ່ວມ.

Subcategories