Print

 

ວັນທີ 22 ກຸມພາ 2022 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງອັດຕະປື ໄດ້ຈັດພິທີເຜີຍແຜ່ຂໍ້ຕົກລົງ ແລະຄູ່ມືການຕິດຕາມກວດກາຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທັງເປັນຜູ້ຊີນຳວຽກງານດັ່ງກ່າວ. ມີບັນຫົວໜ້າ ຮອງຫົວໜ້າຂະແໜງການ ຕະຫຼອດຮອດພະນັກງານວິຊາການຂະແໜງສິ່ງແວດລ້ອມ, ນ້ຳ ອຸຕຸນິຍົມ ແລະອຸທົກກະສາດຂອງພະແນກ ຊສ ແຂວງ ແລະຫ້ອງການ ຊສ 5 ຕົວເມືອງເຂົ້າຮ່ວມ.

 

ໃນໂອກາດນີ້ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທັງເປັນຜູ້ຊີນຳວຽກງານດັ່ງກ່າວ ກໍ່ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ພ້ອມທັງຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ສະບັບເລກທີ 2591/ກຊສ ລົງວັນທີ 10 ມີຖຸນາ 2021 ວ່າດ້ວຍການຮັບຮອງ ແລະການປະກາດໃຊ້ ຄູ່ມືແນະນໍາກ່ຽວກັບການກວດກາວິຊາການດ້ານສິ່ງແວດລ້ອມສຳລັບໂຄງການກໍ່ສ້າງເສັ້ນທາງ ຈາກນັ້ນທ່ານ ຄຳພອນ ໄຊຍະສອນ ຫົວໜ້າຂະແໜງ ສິ່ງແວດລ້ອມ, ນ້ຳ ອຸຕຸນິຍົມ ແລະອຸທົກກະສາດ ກໍ່ໄດ້ຂຶ້ນເຜີຍແຜ່ຄູ່ມືແນະນຳການກວດກາດ້ານສິ່ງແວດລ້ອມໂຄງການບໍ່ແຮ່, ຄູ່ມືແນະນຳການກວດກາດ້ານສິ່ງແວດລ້ອມໂຄງການພະລັງງານໄຟຟ້າ ແລະ ພະລັງງານນ້ຳ, ຄູ່ມືແນະນຳການກວດກາດ້ານສິ່ງແວດລ້ອມໂຄງການກໍ່ສ້າງເສັ້ນທາງ, ຄູ່ມືແນະນຳການກວດກາດ້ານສິ່ງແວດລ້ອມໂຄງການສຳລັບການກະສິກຳປູກພືດ ແລະປູກໄມ້, ຄູ່ມືແນະນຳການກວດກາດ້ານສິ່ງແວດລ້ອມຂອງໂຮງງານອຸດສະຫະກຳ, ຄູ່ມືແນະນຳວ່າດ້ວຍການຄຸ້ມຄອງສິ່ງເສດເຫລືອເຄມີ ແລະຄູ່ມືແນະນຳກ່ຽວກັບການຄວບຄຸມມົນລະພິດທາງອາກາດ ເຊິ່ງກອງປະຊຸມດັ່ງກ່າວແມ່ນໃຊ້ເວລາຢູ່ສອງວັນເຕັມຈຶ່ງຈຳສຳເລັດ. 

ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ                                        

ກວດແກ້ໂດຍ: ວຽງໄຊ ນໍລະສິງ.