Print

 

ໃນວັນທີ 7 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສແຂວງ ໄດ້ຈັດເຝິກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນ ຢູ່ເມືອງສາມັກຄີໄຊຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງທ່ານ ເພັດມີໄຊ ຄຳພັກດີ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສາມັກຄີໄຊ, ມີທ່ານ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ມີບັນດາວິທະຍາກອນຈາກກົມທີ່ດິນ, ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍພະນັກງານຂະແໜງທີ່ດິນ, ບັນດາຫ້ອງການ ຊສ ເມືອງ ເຂົ້າຮ່ວມເຝິກອົບຮົມ.

 

 

ໃນພິທີ ທ່ານ ເພັດມີໄຊ ຄຳພັກດີ, ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆສາມັກຄີໄຊ ກໍ່ໄດ້ໃຫ້ກຽດກ່າວເປີດຊຸດເຝິກຮົບຮົມ ວຽກງານຂຶ້ນທະບຽນອອກໃບຕາດິນ ຢູ່ເມືອງສາມັກຄີໄຊ ຢ່າງເປັນທາງການ ຈາກນັ້ນທ່ານ ຫັດສະໄນ ສີບຸນເຫຼືອງ, ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ການຂຶ້ນທະບຽນອອກໃບຕາດິນໃນຕະຫຼອດໄລຍະທີ່ຜ່ານ ມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ເລີ່ມແຕ່ປີ 2007-2021 ເປັນຕົ້ນມາ ສາມາດອອກໃບຕາດິນໄດ້ທັງໝົດ 65 ບ້ານເທົ່າກັບ 26,246 ຕອນ, ມີເນື້ອທີ 9,283 ເຮັກຕາ ໃນນີ້ມີດິນປຸກສ້າງ 22,191 ຕອນ, ດິນກະຊິກຳ 4,055 ຕອນ. ສະເພາະໃນປີ 2021 ສາມາດປະຕິບັດໄດ້ 3,118 ຕອນ ໃນນີ້ມີດິນປຸກສ້າງ 2,156 ຕອນ, ດິນກະຊິກຳມີ 962 ຕອນ. ສະເພາະປີ 2022 ແຂວງໄດ້ອະນຸມັດງົບປະມານໃນການຂຶ້ນສຳມະໂນຕອນດິນ 150,000,000 ກີບ ໂດຍທາງພະແນກ ຊສແຂວງ ໄດ້ຈັດແບ່ງໃຫ້ບັນດາຫ້ອງການ ຊສ ທັງ 5 ເມືອງ ເມືອງລະ 30,000,000 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ. ໃນການຈັດຕັ້ງປະຕິບັດວຽກຂຶ້ນທະບຽນອອກໃບຕາດິນໃນຄັ້ງນີ້ ພະແນກ ຊສແຂວງ ໄດ້ແຕ່ງຕັ້ງພະນັກງານບັນຈຸເຂົ້າໃສ່ໜ່ວຍງານຂຶ້ນທະບຽນແບບເຄື່ອນທີ່ ລວມທັງໝົດ 26 ຄົນ, ຍິງ 6 ຄົນ. ປະກອບມີລັດຖະກອນ 10 ຄົນ ພະນັກງານຕາມສັນຍາ 16 ຄົນ ເຊິ່ງປະກອບມີ 5 ຈຸງານ ຈຸງານລະ 4 ຄົນ ແລະ ມີແຜນຈັດຕັ້ງປະຕິບັດໃນ 21 ບ້ານ ຂອງເມືອງສາມັກຄີໄຊ. ເຊິ່ງການເຝິກອົບຮົມໃນຄັ້ງນີ້ຈະສຳເລັດລົງໃນວັນທີ 18 ກຸມພາ 2022.

ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ

ກວດແກ້ໂດຍ: ວຽງໄຊ ນໍລະສິງ.