Print

 

 

ວັນທີ 1 ກຸມພາ 2022 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟາເລັນຮ່ວມກັບກົມທີ່ດິນກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ກະຊວງພະລັງງານ ແລະບໍ່ແຮ່, ກະຊວງກະສິກຳ ແລະປ່າໄມ້, ກະຊວງແຜນການ ແລະການລົງທຶນ, ກະຊວງການເງິນ ແລະພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຂອງແຂວງຜົ້ງສາລີ ກ່ຽວກັບການຝຶກອົບຮົມການຂຶ້ນບັບຊີ ແລະການປະເມີນຄຸນນະພາບໂຄງການເຊົ່າສຳປະທານທີ່ດິນລັດ ແລະການນຳໃຊ້ລະບົບຖານຂໍ້ມູນ LCIS ແລະປຶກສາຫາລືຜົນການກວດກາຂໍ້ມູນໂຄງການເຊົ່າ ແລະສຳປະທານທີ່ດິນຂອງລັດ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູນສະວັດ ສຸພິດາຮອງຫົວໜ້າກົມທີ່ດິນ , ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ແຂກຖືກເຊີນຈາກຫ້ອງວ່າການປົກຄອງແຂວງ, ພະແນກການເງິນແຂວງ, ພະແນກພະລັງງານ ແລະບໍ່ແຮ່, ພະແນກການເງີນ, ພະແນກກະສິກຳ ແລະປ່າໄມ້, ພະແນກແຜນການແລະການລົງທຶນແຂວງ ຕະຫຼອດຮອດພະນັກງານວິຊາການຂະແໜງທີ່ດິນພະແນກ ຊສ ແຂວງເຂົ້າຮ່ວມ.

 

 

 

ເຊິງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອຝຶກອົບຮົມໃຫ້ພະນັກງານໄດ້ຮຽນຮູ້ກ່ຽວກັບການນຳໃຊ້ລະບົບຖານຂໍ້ມູນ LCIS, ການດາວໂລດ ແລະການຕິດຕັ້ງໂປຼແກັມ, ການເຂົ້າລະບົບຖານຂໍ້ມູນ, ການຄຸ້ມຄອງບັນຊີຜູ້ໃຊ້ລະບົບຖານຂໍ້ມູນ Users, ວົງຈອນການໄຫຼວຽນຂອງຂໍ້ມູນ ແລະການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການໃນການປັບປຸງລະບົບຖານຂໍ້ມູນຢ່າງເປັນລະບົບຕໍ່ເນື່ອງ, ແນະນຳການດຶງຂໍ້ມູນເພື່ອເຮັດລາຍງານ, ອັບເດດການດຶງຂໍ້ມູນ ແລະການເຊົ່າສຳປະທານທີ່ດິນລັດພາຍໃນແຂວງ, ການແຕ້ມຂອບເຂດຕອນດິນເຊົ່າ ແລະສຳປະທານ ໃນລະບົບຖານຂໍ້ມູນ LCIS ທັງນີ້ກໍ່ເພື່ອເປັນການເພີ່ມປະສິດທິພາບໃຫ້ແກ່ບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວໃຫ້ມີຄວາມຮູ້ຄວາມສາມາດ ແລະສາມາດນຳໃຊ້ເຂົ້າໃນການປະຕິບັດຫນ້າທີ່ວຽກງານຕົວຈິງຂອງຕົນເອງຢ່າງມີປະສິດທິພາບ ເຊິ່ງການຈັດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໃຊ້ເວລາຢູ່ 4 ວັນເຕັມຈຶ່ງຈະສຳເລັດ

ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ

ກວດແກ້ໂດຍ: ວຽງໄຊ ນໍລະສິງ.