Print

 

 

ໃນຕອນເຊົ້າຄັ້ງວັນທີ 7 ເດືອນມັງກອນ ປີ 2022,ເວລາ 8:30 ນາທີ, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ອັດຕະປື

ໄດ້ເປີດກອງປະຊຸມຜ່ານຮ່າງແຜນຈັດສັນທີ່ດິນ,ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານຂອງແຂວງອັດຕະປື,ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະ ພາປະຊາຊົນແຂວງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 46 ຄົນ, ຍິງ 14 ຄົນ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາທ່ານ ສສຂ ຢ່າງພ້ອມພຽງ.

 

ໃນພິທີ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກ ຊສ ແຂວງ ໄດ້ກ່າວຈຸດປະສົງ ເພື່ອສະເໜີຕໍ່ທ່ານປະທານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພາຍໃຕ້ຫົວຂໍ້ ສ້າງຄວາມເຂັ້ມແຂງດ້ານເນື້ອໃນ,ກຽມຄວາມພ້ອມຮອບດ້ານກ່ອນ ການນຳເຂົ້າພິຈາລະນາ,ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຊຸດທີ II.ກ່ຽວ ກັບຮ່າງແຜນຈັດສັນທີ່ດິນ,ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານຂອງ ແຂວງອັດຕະປື.

ຈາກນັ້ນ ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ຜ່ານຂັ້ນຕອນ ແລະ ວິທີການ,ຫຼັກການດ້ານເນື້ອໃນຂອງຮ່າງແຜນຈັດສັນທີ່ດິນ,ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແບບຮອບດ້ານຂອງແຂວງອັດຕະປື ເພື່ອໃຫ້ບັນດາທ່ານຜູ້ແທນກອງປະຊຸມໄດ້ຮັບຮູ້ ດ້ານເນື້ອໃນ ແລະ ຜົນໄດ້ຮັບ ພ້ອມທັງສະເໜີໃຫ້ບັນ ດາຜູ້ແທນໄດ້ປະກອບຄຳຄິດ ຄຳເຫັນ ໃສ່ໃນບົດດັ່ ງກ່າວ ເພື່ອໃຫ້ຖືກຕ້ອງສອດ ຄ່ອງຕາມລະບຽບການ,ແລະຊ່ວຍ ຄົ້ນຄວ້າ ພິຈາລະນາ ຢ່າງລະອຽດຈາກທຸກໆພາກສ່ວນ ເພື່ອໃຫ້ຮ່າງ ແຜນ ແມ່ບົດ ໄດ້ມີເນື່ອໃນຖືກຕ້ອງຄົບຖ້ວນ ຈະແຈ້ງສາມາດເຂົ້າໃຈໄດ້ຢ່າງທົ່ວເຖິງ ພ້ອມກັນນັ້ນ ບັນຂະແໜງ ການໄດ້ ຜັດປ່ຽນກັນ ປະກອບຄຳເຫັນຢ່າງເປັນຂະບວນຟົດຟື້ນ  ແລະ ເຫັນໄດ້ເຖິງຄວາມສຳຄັນ ຂອງວຽກງານນີ້ຢ່າງແທ້ຈິງ.

ພາບ-ຂ່າວ : ກັນຍາ ສີສັກດາ