Print

ອີງຕາມການລາຍງານຂອງທ່ານ ຫັດສະໄນ ສີບຸນເຫລືອງ ກຳມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ທີ່ໄດ້ຈັດຂື້ນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ

ໃນໄລຍະທີ່ຜ່ານມາ ພະແນກ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງອັດຕະປື ໄດ້ພະຍາຍາມເປັນຢ່າງສູງ ໃນການເຮັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢ່າງມີຜົນສໍາເລັດຫຼາຍດ້ານ,ໂດຍສະເພາະໄດ້ຈັດຕັ້ງປະຕິບັດວຽກງານ ເກັບຄ່າທຳນຽມ ແລະ ຄ່າບໍລິການ ທຽບໃສ່ແຜນປີແມ່ນລື່ນແຜນ, ອັນທີ່ພົ້ນເດັ່ນແມ່ນໄດ້ຂຶ້ນສຳມະໂນຕອນດິນໄດ້ 3.535 ຕອນ,ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນແຜນ​ 535​ ຕອນ,ອອກໃບຕາດິນໄດ້ 3.229 ຕອນ,ທຽບໃສ່ແຜນການທີ່ສະພາປະຊາຊົນແຂວງຮັບຮອງແມ່ນ 729 ຕອນ,​ພ້ອນັ້ນຍັງໄດ້ມອບຖານຂໍ້ມູນ​ເກັບລາຍຮັບໃຫ້ພະແນກເງິນແຂວງປີ 2020 ມີ 61.996 ຕອນ,​ການຄຸ້ມຄອງ,ຈັດສັນ,ວາງແຜນນໍາໃຊ້ທີ່ດິນລັດ, ມີ 9 ບໍລິສັດ, ມີການລົງສຳຫຼວດວັດແທກ, ປັກຂອບເຂດ, ໄດ້ຈັດສັນດິນທໍາການຜະລິດ ໃຫ້ປະຊາຊົນ 4 ບ້ານ ມີ 995 ຕອນ, ຂຶ້ນສຳມະໂນຕອນດິນ​ 4 ບ້ານເປົ້າໝາຍ ຕິດພັນກັບ ການສ້າງສັງຄົມນິຍົມແຕ່ຮາກຖານ,​ ໃນແຜນ 2.000 ຕອນ ປະຕິບັດລື່ນແຜນ,​ຈັດສັນດິນປຸກເຮືອນຖາວອນ ຮອບຕົກລົ່ນ 96 ຄອບຄົວ ມີ 97 ຫຼັງ ໄດ້ສະເໜີໃໝ່ຂອງເມືອງສະໜາມໄຊ.ໄດ້ຈັດສັນດິນປຸກສ້າງເຮືອນໃຫ້ພະນັກງານການນໍາ ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດມີ 6​ຕອນ,ໄດ້ແກ້ໄຂຂໍ້ຂັດແຍ່ງດ້ານບໍລິຫານ ໄດ້ 3 ຕອນ, ຍັງຄ້າງ 8 ຕອນ.​

ທ່ານຫັດສະໄນ ສີບຸນເຫລືອງ ຫົວໜ້າພະແນກຊັບ​ພະ​ຍາກອນທຳມະຊາດແລະສິ່ງແວດລ້ອມແຂວງ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ປີ 2022 ນີ້ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ​ ແຂວງຈະໄດ້ສືບຕໍ່ເກັບຄ່າທຳນຽມ ແລະ ຄ່າບໍລິການ ຕາມແຜນການປີ,​ພ້ອມທັງສູ້ຊົນຂຶ້ນສໍາມະໂນຕອນດິນ 5 ເມືອງ ໃຫ້ໄດ້ 4.150 ຕອນ,​ໃນ 30 ບ້ານ ແລະ ອອກໃບຕາດິນໃຫ້ໄດ້ 2.500 ຕອນ,​ສືບຕໍ່ກວດກາສິດນຳໃຊ້ທີ່ດິນ, ການຫັນສິດ, ການອອກແຜນທີ່ ແລະ ມອບຖານລາຍຮັບໃຫ້ພະແນກເງິນແຂວງ,ສືບຕໍ່ກວດກາຄືນໃໝ່ ບັນດາດິນໃຫ້ເຊົ່າ-ສຳປະທານ ຂອງບັນດາບໍລິສັດຕ່າງໆ ເພື່ອແບ່ງແຍກດິນປຸກສຳນັກງານ, ຫໍພັກ,ກຳມະກອນ,ໂຮງງານ, ການຄຸ້ມຄອງ 8 ປະເພດທີ່ດິນ, ການຊື້ຂາຍດິນຊາວຕ່າງປະເທດ, ການລົບລ້າງໃບແຈ້ງເນື້ອທີ່ດິນພູພຽງບໍລິເວນ ຢູ່ເມືອງສະໜາມໄຊ ແລະ ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນດ້ານບໍລິຫານ ຍັງຄ້າງ 8​ ຕອນໃຫ້ສໍາເລັດ.

ຂ່າວ: ລັດຖະພູມ ບົວໄຊສີ

ກວດແກ້ໂດຍ: ວຽງໄຊ ນໍລະສິງ

by: kanya sysackda