ໃນຕອນບ່າຍຂອງວັນທີ 12/11/2021 ທີ່ ຫ້ອງປະຊຸມຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງພູວົງ ນໍາໂດຍທ່ານ ຄໍາສີງ ພົງສະຫວັດ, ຮອງຫົວໜ້າພະແນກ ຊສ ແຂວງ ພ້ອມດ້ວຍພະນັກງານຈາກຂະແໜງທີ່ດິນ ໄດ້ລົງຊຸກຍູ້ວຽກງານ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ຢູ່ ຫ້ອງການ ຊສ ເມືອງພູວົງ ເປັນກຽດຕ້ອນຮັບໂດຍທ່ານ ໄຊພອນ ໄຊສະຫວ່າງ, ຫົວໜ້າ ຫ້ອງການ ຊສ ເມືອງພູວົງ ພ້ອມດ້ວຍຄະນະ ແລະ ພະນັກງານ ທັງໝົດຂອງຫ້ອງການ ຊສ ເຂົ້າຮ່ວມ.
 
 
 
 
 
ໃນໂອກາດດັ່ງກ່າວ ທ່ານໄຊພອນ ໄຊສະຫວ່າງ ໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານຂົງເຂດຊັບພະຍາກອນທໍາມະຊາດແລະ ສິ່ງແວັດລ້ອມ ໃນໄລຍະ9ເດືອນຜ່ານມາ ເປັນຕົ້ນແມ່ນ:ວຽກງານການປັບປຸງການຈັດຕັ້ງຂັ້ນຫ້ອງການ ຊສ ເມືອງ; ວຽກງານການອອກໃບຕາດິນ; ວຽກງານການຕິດຕາມຊຸກຍູ້ບັນດາຫົວໜ່ວຍທຸລະກິດ; ວຽກງານການແກ້ໄຂ,ປັບປຸງສະໜາມຂີ້ເຫຍື່ອ; ການແຈ້ງເຕືອນສະພາບດິນຟ້າອາກາດ; ແລະ ວຽກງານອື່ນໆ. ບົນພື້ນຖານຄວາມສໍາເລັດດັ່ງກ່າວ ແມ່ນມີທັງຂໍ້ສະດວກ ແລະ ຂໍ້ຍຸ້ງຍາກ, ວຽກຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ເຊີ່ງກອງປະຊຸມໄດ້ມີຄໍາເຫັນແລກປ່ຽນ ເຊິ່ງກັນ ແລະ ກັນ ໃນການ ຄົ້ນຄວ້າ, ແກ້ໄຂບັນຫາຄົງຄ້າງທີ່ເກີດຂື້ນ. ໃນໂອກາດດັ່ງກ່າວທ່ານ ຄໍາສິງ ພົງສະຫວັດ, ຮອງຫົວໜ້າ ພະແນກ ຊສ ແຂວງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ຂອງຫ້ອງການ ຊສ ເມືອງ ທີ່ຍາດມາໄດ້, ທ່ານຍັງໄດ້ເນັ້ນໜັກໃຫ້ສືບຕໍ່ໃນການແກ້ໄຂວຽກ, ແກ້ໄຂບັນຫາ ທີ່ຍັງຄົງຄ້າງໃຫ້ສໍາເລັດ ແລະ ມີທິດຊີ້ນໍາຕໍ່ການແກ້ໄຂບັນຫາດັ່ງກ່າວ.
ພາບ ແລະ ຂ່າວ: Manivanh