Print

 

 

ວັນທີ 12 ພະຈິກ 2021 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດກອງປະຊຸມວີດີໂອທາງໄກເພື່ອປຶກສາຫາລືຜ່ານແຜນຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມໄລຍະດຳເນີນງານ ຂອງໂຄງການເຂື່ອນໄຟຟ້ານ້ຳກົງ 3 ເມືອງພູວົງ ຂອງບໍລິສັດຈະເລີນເຊກອງພະລັງງານ ຈຳກັດ.ໂດຍການໃຫ້ກຽດເປັນປະທານຂອງທ່ານ ໄຊຍະເວດ ວິໄຊ ຫົວຫນ້າກົມສິ່ງແວດລ້ອມ ກະຊວງ ຊສ, ທ່ານຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ມີບັນດາທ່ານຜູ້ຕາງໜ້າສະພາປະຊາຊົນແຂວງ, ພະລັງງານແລະບໍ່ແຮ່ແຂວງ, ແຮງງານ ແລະສະວັດດີການສັງຄົມແຂວງ, ພະແນກກະສິກຳ ແລະປ່າໄມ້, ຫ້ອງການຊສ ເມືອງພູວົງ ແລະຜູ້ຕ່າງໜ້າບໍລິສັດຈະເລີນເຊກອງພະລັງງານຈຳກັດ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນພະແນກ ຊສ ແຂວງເຂົ້າຮ່ວມ.
 
 
 
 
 
ເຊິ່ງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອຮັບຟັງແຜນການຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມໃນໄລຍະດຳເນີນງານແລະກິດຈະກຳຂອງການພັດທະນາໂຄງການ
 
 
 
ໃນຕໍ່ໜ້າ ຂອງເຂື່ອນໄຟຟ້ານ້ຳກົງ 3 ເມືອງພູວົງ ໂດຍແມ່ນຜູ້ຕ່າງໜ້າບໍລິສັດຈະເລີນເຊກອງພະລັງງານຈຳກັດ ເປັນຜູ້ສະເໜີ ເປັນຕົ້ນແມ່ນແຜນຄຸ້ມຄອງທາງດ້ານສິ່ງແວດລ້ອມ ແລະສັງຄົມໃນໄລຍະດຳເນີນງານແລະສັງລວມໜ້າວຽກທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ, ການປະເມີນພາບລວມຜົນກະທົບທີ່ອາດຈະເກີດຂຶ້ນ ແລະມາດຕະການຫຼຸດຜ່ອນ,ການຕິດຕາມກວດກາທາງດ້ານສິ່ງແວດລ້ອມຂອງໂຄງການ, ສັງລວມໜ້າວຽກທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນຄຸ້ມຄອງສິ່ງແວດລ້ອມທາງສັງຄົມ ແລະທຳມະຊາດໃນຕໍ່ໜ້າ ແລະບັນດາໜ້າວຽກທາງດ້ານສັງຄົມທີ່ຈະໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ ນອກຈາກນີ້ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍ່ຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ແຜນຄຸ້ມຄອງ ແລະຕິດຕາມກວດກາທາງດ້ານສິ່ງແວດລ້ອມໃນໄລຍະດຳເນີນງານຂອງໂຄງການຢ່າງຕສ້າງສັນ.
ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ
ກວດແກ້ໂດຍ: ວຽງໄຊ ນໍລະສິງ.