ວັນທີ 11 ພະຈິກ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງອັດຕະປື ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກ ຊສແຂວງ. ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ, ແຂກຖືເຊີນ ພ້ອມດ້ວຍບັນດາສະຫາຍສະມາຊິກພັກ ພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.

 

ໃນພິທີ ສະຫາຍ ບຸນຈັນ ສີວັນໂນ, ຄະນະພັກຮາກຖານ, ເລຂາໜ່ວຍພັກຊັບພະຍາກອນທຳມະຊາດ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ. ສະບັບເລກທີ 288/ຄປພຂ, ລົງວັນທີ 27 ຕຸລາ 2021 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ຄື: ສະຫາຍ ນາງ ມະນີວັນ ຂັນທະວົງ ສັງກັດຢູ່ໜ່ວຍພັກຊັບພະຍາກອນທຳມະຊາດ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ.

 
ໃນພິທີດັ່ງກ່າວ ສະຫາຍ ຫັດສະໄນ ສີບຸນເຫຼືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ກໍ່ໄດ້ໃຫ້ກຽດໂອ້ລົມ
ຕໍ່ບັນດາສະຫາຍສະມາຊິກພັກ. ເຊິ່ງກ່ອນອື່ນສະຫາຍກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະມາຊິກສົມບູນຜູ້ໃໝ່ ທີ່ໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ຈາກມະຫາຊົນກ້າວໜ້າ ຈົນກາຍມາເປັນສະມາຊິກພັກສົມບູນ ແລະ ຊົມເຊີຍບັນດາສະຫາຍສະມາຊິກພັກພາຍໃນໜ່ວຍດັ່ງກ່າວ ທີ່ສາມາດຍາດໄດ້ຜົນງານດ້ານຕ່າງໆ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕະຫຼອດໄລຍະທີ່ຜ່ານມາ. ພ້ອມດຽວກັນນີ້ສະຫາຍກໍ່ຍັງໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກທຸກສະຫາຍ ຈົ່ງໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຕົນເອງຮັບຜິດຊອບໃຫ້ປະ ສົບຜົນສຳເລັດຕາມເປົ້າໝາຍແຜນການທີ່ວາງໄວ້ ພ້ອມດຽວກັນນີ້ ກໍ່ຕ້ອງໄດ້ພ້ອມກັນປະຕິບັດຕາມກົດລະບຽບຂອງພັກຢ່າງເຂັ້ມງວດ ແລະ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງອັດຕະປື ເຂົ້າໃນວຽກງານຕົນເອງຮັບຜິດຊອບໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628
ກວດແກ້ໂດຍ: ວຽງໄຊ ນໍລະສິງ