ວັນທີ 5ພະຈິກ 2021 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນເມືອງ ເພື່ອຜ່ານບົດປະປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ຂອງໂຄງການພະລັງງານແສງຕາເວັນເທິງໜ້າດິນ ເຂື່ອນໄຟຟ້ານ້ຳກົງ 2 ແລະໂຄງການພະລັງງານແສງຕາເວັນເທິງໜ້ານໍ້າ ເຂື່ອນໄຟຟ້ານ້ຳກົງ 3 ເມືອງພູວົງ.ໂດຍການເປັນປະທານຮ່ວມຂອງທ່ານ ຫັດສະໄໜ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ. ທ່ານ ທິດສະຫວັນ ໄຊຍະແສງ ຮອງເຈົ້າເມືອງ ເມືອງພູວົງ, ມີບັນດາທ່ານຈາກພະແນກການຕ່າງໆທີ່ກ່ຽວຂ້ອງຈາກແຂວງ, ເມືອງ, ອຳນາດການປົກຄອງບ້ານ ແລະຜູ້ຕ່າງໜ້າບໍລິສັດຈະເລີນເຊກອງພະລັງງານຈຳກັດ ແລະບໍລິສັດຈະເລີນຊັບ ທີ່ປຶກສາດ້ານວິສະວະກຳສິ່ງແວດລ້ອມ ຈຳກັດຜູ້ດຽວ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນພະແນກ ຊສ ແຂວງເຂົ້າຮ່ວມ

 
ເຊິ່ງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອຮັບຟັງການຜ່ານຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະແຜນຄຸ້ມຄອງຕິດຕາມກວດກາດ້ານສິ່ງແວດລ້ອມຂອງໂຄງການພະລັງງານແສງຕາເວັນເທິງໜ້າດິນ ເຂື່ອນໄຟຟ້ານ້ຳກົງ 2 ແລະໂຄງການພະລັງງານແສງຕາເວັນເທິງໜ້ານໍ້າ ເຂື່ອນໄຟຟ້ານ້ຳກົງ 3 ເມືອງພູວົງ ໂດຍແມ່ນຜູ້ຕ່າງໜ້າຈາກບໍລິສັດຈະເລີນຊັບ ທີ່ປຶກສາດ້ານວິສະວະກຳສິ່ງແວດລ້ອມ ຈຳກັດຜູ້ດຽວ ເປັນຜູ້ສະເໜີ ນອກຈາກນີ້ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍ່ຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບົດປະເມີນຜົນກະທົບທາງດ້ານສິ່ງແວດລ້ອມຕື່ມອີກ.
ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ
ກວດແກ້ໂດຍ: ວຽງໄຊ ນໍລະສິງ.