ວັນທີ 15 ກັນຍາ 2021 ນີ້. ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື. ໄດ້ມີກອງປະຊຸມວີດີໂອທາງໄກເພື່ອປຶກສາຫາລື ຂັ້ນວິຊາການ, ຂັ້ນເມືອງ ກ່ຽວກັບການປະເມີນບົດຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະແຜນຄຸ້ມຄອງ ຕິດຕາມກວດກາໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຄຳ ໃນເນື້ອທີ່ 6 ຕາຕະລາງກິໂລແມັດ ຂອງໂຄງການ ຂຸດຄົ້ນປຸງແຕ່ງແຮ່ຄຳ ເຂດບ້ານນໍ້າຊວນ ເມືອງພູວົງ ຂອງບໍລິສັດລາວວ້ານເລີຍ ບໍ່ແຮ່ ຈຳກັດ.ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ໄຊຍະເວດ ວິໄຊ ຫົວໜ້າກົມສິ່ງແວດລ້ອມກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ມີທ່ານ ຫັດສະໃນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ມີບັນດາທ່ານຜູ້ຕາງໜ້າຈາກກົມສິ່ງແວດລ້ອມ, ບໍລິສັດ,ພະນັກງານວິຊາການຫ້ອງການອ້ອມຂ້າງເມືອງພູວົງພອ້ມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດແລະແຜນຄຸ້ມຄອງ,ຕິດຕາມ,ກວດກາສິ່ງແວດລ້ອມ, ໂຄງການຂຸດຄົ້ນແຮ່ຄໍາເຂດບ້ານນໍ້າຊວນ ເມືອງພູວົງ.ເປັນຕົ້ນ: ແມ່ນເຕັກນິກແລະວິທີການຂຸດຄົ້ນປຸງແຕ່ງ,ສະພາບການປັບປຸງ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະແຜນຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມ, ມາດຕະການການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ,ການປະກອບສ່ວນພັດທະນາສິ່ງແວດລ້ອມ ແລະແຜນການພັດທະນາທ້ອງຖິ່ນສ້າງວຽກເຮັດງານທໍາໃຫ້ປະຊາຊົນໃນພື້ນທີ່.ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະບັນຫາຜົນກະທົບຕົ້ນຕໍທີ່ຈະເກີດຂຶ້ນ ຈາກກການດຳເນີນໂຄງການ, ມາດຕະການການປ້ອງກັນ ແລະຫຼຸດຜ່ອນຜົນກະທົບ ເຊັ່ນ : ມາດຕະການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ທີ່ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທາງບົກ ,ຊັ້ນບັນຍາກາດ , ຊັບພະຍາ ກອນນໍ້າແລະສິ່ງທີ່ມີຊິດວິດອື່ນໆພ້ອມທັງການວິໃຈຄຸນນະພາບນ້ຳໜ້າດີນ,ນ້ຳໃຕ້ດີນແລະຄູນນະພາບອາກາດ ດ້ວຍເຄື່ອງວັດແທກມາດຕະຖານສາກົນ, ລວມທັງ ການນໍາໃຊ້ງົບປະມານພ້ອມດຽວ ກັນນັ້ນຜູ້ເຂົ້າຮວ່ມກໍ່ໄດ້ປະກອບຄໍາຄິດ ເຊິ່ງເຫັນໄດ້ຈຸດດີຈຸຄົງຄ້າງແລະວິທີທາງແກ້ໄຂໃນສະເພາະໜ້າແລະຍາວນານ.

ຂ່າວ - ພາບໂດຍ ລັດຖະພູມ ບົວໄຊສີ
ກວດແກ້ໂດຍ ວຽງໄຊ ນໍລະສິງ
ຮຽບຮຽງ: ກັນຍາ ສີສັກດາ