Print

ວັນທີ 10 ກັນຍາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງຊານໄຊ. ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານ ທີ່ຂຶ້ນກັບຫ້ອງການ ຊສ ເມືອງຊານໄຊ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ຄຳເຄັງ ແກ້ວບົວພາດ ຫົວຫນ້າຫ້ອງການພາຍໃນເມືອງ, ມີທ່ານທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ຊສ ເມືອງ, ແຂກຖືກເຊີນ ຕະຫຼອດຮອດພະນັກ ງານວິຊາການພາຍໃນຫ້ອງການ ຊສ ເມືອງດັ່ງກ່າວເຂົ້າຮ່ວມ.

ໃນພິທີຕາງຫນ້າຄະນະຈັດຕັ້ງເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 383/ຈມຊຊ ລົງວັນທີ 19 ກໍລະກົດ 2020 ວ່າດ້ວຍການຍຸບເລີກ 3 ໜ່ວຍງານ ແລະສ້າງຕັ້ງເປັນ 2 ໜ່ວຍງານຂອງຫ້ອງການ ຊສ. ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 373/ຈມຊຊ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານຄື: ແຕ່ງຕັ້ງ ທ່ານ ບຸນຍົບ ບຸດດາທົນ ເປັນຫົວໜ້າໜ່ວຍງານບໍລິຫານ, ທ່ານ ຄຳໄຕ ນາມມະວົງ ເປັນຮອງ, ແຕ່ງຕັ້ງທ່ານ ຄຽງຄຳ ແກ້ວມະນີ ເປັນຫົວໜ້າໜ່ວຍງານວິຊາການ, ແຕ່ງຕັ້ງທ່ານ ແກ້ວຕາ ລາດສະວົງ ແລະທ່ານ ບຸນທຳ ສົມຊະນະ ເປັນຮອງ.

 
ໃນໂອກາດທີ່ເຂົ້າຮ່ວມພິທີ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມແກ່ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານວິຊາການພາຍໃນຫ້ອງການ ຊສ ເມືອງດັ່ງກ່າວ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍິນດີ ແລະຊົມເຊີຍຕໍ່ກັບບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ແລະ ເປັນຮອງໜ່ວຍງານໃໝ່ ພ້ອມດຽວກັນນີ້ ທ່ານກໍ່ຍັງໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມດ້ວຍພະນັກງານວິຊາການທຸກທ່ານຈົ່ງໄດ້ພ້ອມພາກັນສືບຕໍ່ເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ບັນລຸຕາມເປົ້າໝາຍ ເປັນຕົ້ນແມ່ນວຽກງານທີ່ດິນ, ວຽກງານສິ່ງແວດລ້ອມ, ຊັບພະຍາ ກອນນ້ຳ-ອຸຕຸນິຍົມ ແລະ ວຽກງານກວດກາ ເຊິ່ງວຽກງານເລົ່ານີ້ແມ່ນເປັນໝາກຫົວໃຈສຳຄັນໃນຂົງເຂດວຽກງານຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628