ວັນທີ 2 ກັນຍາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງ ໄດ້ຈັດພິທີທາມບຸກຄະລາກອນເປັນເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ຊສແຂວງ. ໂດຍພການເປັນປະທານຂອງສະຫາຍ ຫັດສະໄໜ ສີບຸນເຫຼືອງ, ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ປະກອບມີບັນດາສະຫາຍໃນຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແຂກຖືນເຊີນ ຕະຫຼອດຮອດບັນດາສະຫາຍໃນຮາກຖານພັກພະແນກ ຊສ ແຂວງເຂົ້າຮ່ວມ.

ໃນພິທີ ສະຫາຍ ສຸກວິໄລ ພອນສາຣະແສນ ຮອງເລຂາພັກຮາກຖານ ທັງເປັນປະທານກວດກາພັກ ກໍ່ໄດ້ຂຶ້ນຜ່ານ ມະຕິຕົກລົງສະບັບເລກທີ 31/ຄພຊສ ລົງວັນທີ 2021 ວ່າດ້ວຍການອະນຸມັດບຸກຄະລາກອນຜູ້ທີ່ຈະຮັບສະໝັກເປັນເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ ທັງສາມໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ ເຊັ່ນ: (1) ໜ່ວຍພັກທີ່ດິນ ລວມມີຜູ້ສະໝັກ 4 ສະຫາຍຄື: ສາຍຫາຍ ຕົງທະສັກ ຈິດສະລາດ, ສະຫາຍ ບຸນຄ້ຳ ແພງພົງສະຫວັນ, ສະຫາຍ ບຸນໜາ ແກ້ວນາມວົງສາ ແລະສະຫາຍ ເພັດສົມພອນ ສົມສີນິກອນ. (2) ໜ່ວຍພັກສິ່ງແວດລ້ອມມີ 2 ສະຫາຍຄື: ສະຫາຍ ພອນສະຫວັນ ສີສະແຫວງສຸກ ແລະ ສາຍຫາຍ ສົມມີໄຊ ພະສະວັດ. (3) ໜ່ວຍພັກຊັບພະຍາກອນທຳມະຊາດມີ 3 ສະຫາຍ ຄື: ສະຫາຍ ວຽງໄຊ ນໍລະສິງ, ສະຫາຍ ນາງ ບົວຂຽວ ບຸນທະລັງສີ ແລະ ສະຫາຍ ສີສຸວັນ ສຸລິຍະຈັນ.

 

ໃນໂອກາດທີ່ເຂົ້າຮ່ວມໃນພິທີສະຫາຍ ຫັດສະໄໜ ສີບຸນເຫຼືອງ ກຳມະການພັກແຂວງ, ເລຂາພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ບັນດາສະຫາຍສະມາຊິກພັກໃນຮາກຖານພັກພະແນກ ຊສແຂວງ. ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍສະມາຊິກພັກທຸກສະຫາຍ ທີ່ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໄດ້ເປັນຢ່າງດີ ແລະ ສາມາດຍາດໄດ້ຜົນງານໃນຫຼາຍໆດ້ານ ໃນຕະຫຼອດໄລຍະທີ່ຜ່ານມາ ພ້ອມດຽວກັນນີ້ສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກທຸກສະຫາຍ ຈົ່ງໄດ້ພ້ອມພາກັນໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາສະຫາຍທີ່ມີຄວາມຮູ້ຄວາມສາມາດເຂົ້າມາເປັນ ຄະນະໜ່ວຍພັກທັງສາມໜ່ວຍພັກ ແລະ ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກຢ່າ ຫຼີກເວັ້ນບັນຫາກຸ່ມກ້ອນ, ຈຸ້ມເຈື້ອ-ເຊື້ອສາຍ ເພາະມັນຈະເຮັດໃຫ້ພັກຂອງເຮົາຂາດຄົນທີ່ມີຄຸນທາດການເມືອງ, ຂາດຄວາມສາມັກຄີ ແລະ ເຮັດໃຫ້ໜ່ວຍພັກເປັນໜ່ວຍພັກທີ່ບໍ່ປອດໃສເຂັ້ມແຂງ ແລະ ໜັກແໜ້ນ.
ຈາກນັ້ນ ກໍ່ໄດ້ມີການປ່ອນບັດຄັດເລືອກເອົາເລຂາໜ່ວຍພັກ, ຮອງເລຂາ ແລະ ກຳມະການໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ຊສແຂວງ ຢ່າງເປັນທາງການ ໂດຍມີສະມາຊິກພັກເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 12 ສາຍຫາຍ ສຳຮອງ 01 ສະຫາຍ, ຍິງ 1 ສະຫາຍ.
ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ
ກວດແກ້ໂດຍ: ວຽງໄຊ ນໍລະສິງ.