ວັນທີ 2 ກັນຍາ 2021 ນີ້, ທີ່ຫ້ອງການປົກຄອງບ້ານຄຳວົງສາ, ເມືອງພູວົງ, ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໃບຕາດິນຖາວອນ ໃຫ້ແກ່ປະຊາຊົນບ້ານຄໍາວົງສາ, ເມືອງພູວົງ, ແຂວງອັດຕະປື ຢ່າງເປັນທາງການ ໂດຍການເປັນ ປະທານພິທີຂອງທ່ານ ໄຊພອນ ໄຊສະຫວ່າງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຊສເມືອງ. ໃນນັ້ນ ຍັງມີທ່ານ ບຸນທັນ ອັດຕະວົງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ-ນາຍບ້ານຄຳວົງສາ ພ້ອມຄະນະ, ຮອງຫົວໜ້າຫ້ອງການ, ວິຊາການ ຊສເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ ທັງໝົດ 87 ທ່ານ ຍິງ 47 ທ່ານ.

ໃນພິທີດັ່ງກ່າວທ່ານ ສີຄູນ ເທບກັນຍາ, ຮອງຫົວໜ້າຫ້ອງການ ຊສເມືອງພູວົງ ໄດ້ກ່າວຈຸດປະສົງ ແລະ ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນຖາວອນ ຢູ່ບ້ານຄຳວົງສາ ໃນໄລຍະຜ່ານມາ ສາ ມາດມາດຈັດຕັ້ງປະຕິບັດໄດ້ທັງໝົດ 55 ຕອນ, ທຽບໃສ່ຕົວເລກແຜນການປິ 2021 ຈໍານວນ 66 ຕອນ (ສຳລັບບ້ານຄຳວົງສາ) ປະຕິບັດໄດ້ 83,3% ແລະ ຍັງໄດ້ແຈກຢາຍໃບຕາດິນທີ່ຍັງຄ້າງໃນໄລຍະຜ່ານມາ ຈໍານວນ 134 ຕອນ. ພ້ອມກັນນັ້ນ, ທ່ານ ໄຊພອນ ໄຊສະຫວ່າງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຊສເມືອງ ແລະ ທ່ານ ບຸນທັນ ອັດຕະວົງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ-ນາຍບ້ານຄຳວົງສາ ໄດ້ຜັດປ່ຽນກັນປະກອບຄຳເຫັນຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງວຽກງານຂຶ້ນທະບຽນອອກໃບຕາດິນ ແນໃສ່ເຮັດໃຫ້ປະຊາຊົນ ໄດ້ຮັບສິດນຳໃຊ້ທີ່ດິນຖືກຕ້ອງຕາມກົດໝາຍ.
ພາບ ແລະ ຂ່າວ: ຫ້ອງການ ຊສ ເມືອງພູວົງ