Print

ວັນທີ 27 ສິງຫາ 2021ນີ້. ຢູ່ທີ່ຫ້ອງການປົກຄອງບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ໄດ້ຈັດພິທີມອບ - ຮັບໃບຕາດິນຖາວອນ ໃຫ້ແກ່ປະຊາຊົນ ບ້ານວຽງໄຊ ຢ່າງເປັນທາງການ; ໂດຍການເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ຄຳກ້ອນ ດວງສົມປານ ຫົວໜ້າການເມືອງກອງບັນຊາການທະຫານເມືອງ ຜູ້ຊີ້ນຳຈຸດສຸມວຽງໄຊ , ທ່ານ ຄໍາສິງ ພົງສະຫວັດ ຮອງຫົວໜ້າພະແນກ ຊສ ແຂວງ, ມີຂະແໜງທີ່ດິນ ພະແນກ ຊສ ແຂວງ, ຄະນະຫ້ອງການ ຊສ ເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີດັ່ງກ່າວທ່ານ ໄຊພອນ ໄຊສະຫວ່າງ ຫົວໜ້າຫ້ອງການ ຊສ ເມືອງພູວົງ ກໍ່ໄດ້ກ່າວຈຸດປະສົງ ແລະລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນ ແລະອອກໃບຕາດິນຖາວອນ ຢູ່ບ້ານວຽງໄຊ ໃນໄລຍະຜ່ານມາ ໂດຍເລີ່ມແຕ່ວັນທີ 3 – 26 ມີນາ 2021ເປັນຕົ້ນມາຈົນເຖິງປະຈຸບັນສາມາດມາດຈັດຕັ້ງປະຕິບັດໄດ້ ທັງໝົດ 129 ຕອນ ທຽບໃສ່ຕົວເລກແຜນການປິ 2021 ຈໍານວນ 99 ຕອນ ແມ່ນປະຕິບັດໄດ້ 130,3 %
ພ້ອມກັນນັ້ນ, ທ່ານ ຄຳກ້ອນ ດວງສົມປານ ຄະນະປະຈຳພັກເມືອງ ຫົວໜ້າການເມືອງກອງບັນຊາການທະ ຫານເມືອງ ຜູ້ຊີ້ນຳຈຸດສຸມວຽງໄຊ ແລະ ທ່ານ ຄຳສິງ ພົງສະຫັວດ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ຜັດປ່ຽນກັນປະກອບຄຳເຫັນໂອ້ລົມຕໍ່ກອງປະຊຸມ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງວຽກງານຂຶ້ນທະບຽນອອກໃບຕາ ດິນ ແນໃສ່ເຮັດໃຫ້ປະຊາຊົນ ໄດ້ຮັບສິດນຳໃຊ້ທີ່ດິນຖືກຕ້ອງຕາມລະບຽບກົດໝາຍ; ພ້ອມ
ນັ້ນ ກໍ່ໄດ້ມອບໃບຕາດິນໃຫ້ປະຊາຊົນ ບ້ານວຽງໄຊ
ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ
ກວດແກ້ໂດຍ: ວຽງໄຊ ນໍລະສິງ