Print

 

ໃນຕອນບ່າຍ ຂອງວັນພຸດ ວັນທີ 1 ກັນຍາ 2021 ທີ່ຫ້ອງປະຊຸມ ຫ້ອງການ ຊສ ເມືອງໄຊເສດຖາ ໄດ້ຈັດພິທີປະກາດການຈັດຕັ້ງ ບັນດາຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ທີ່ຂື້ນກັບຫ້ອງການ ຊສ ເມືອງໄຊເສດຖາ ໂດຍການເປັນປະທານ ຂອງທ່ານ ຫັດສະໄນ ສີບຸນເຫຼືອງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ນ. ບັນທະໄລ ໄຊຍະສິນ, ຄະນະປະຈໍາພັກເມືອງ,  ພ້ອມດ້ວຍຫົວໜ້າຫ້ອງການ, ຮອງຫົວໜ້າ ຫ້ອງການ ແລະ ບັນດາພະນັກງານວິຊາການ ຫ້ອງການ ຊສ ເມືອງ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ຄະນະຈັດຕັ້ງພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງວດລ້ອມ ໃຫ້ດໍາລົງຕໍາແໜ່ງບໍລິຫານ ເຊິ່ງມີ 2ໜ່ວຍງານຄື: ໜ່ວຍງານບໍລິຫານ ແລະ ໜ່ວຍງານວິຊາການ: ເຊິ່ງໄດ້ຕົກລົງແຕ່ງຕັ້ງ ນ. ພວງມາໄລ ຈັນທາ
ນິດ ເປັນຫົວໜ້າໜ່ວຍງານບໍລິຫານ, ແຕ່ງຕັ້ງ ທ່ານ ບຸນມີ ສີສຸລາດ ເປັນຫົວໜ້າໜ່ວຍງານວິຊາການ, ແຕ່ງຕັ້ງທ່ານ ຄໍາໃໝ່ ພັນທະບົວລີ ເປັນຮອງຫົວໜ້າໜ່ວຍງານບໍລິຫານ, ແຕ່ງຕັ້ງ ທ່ານສາຍຄໍາ ອາດສະໜາໄຊ ແລະ ທ່ານ ແສງອາທິດ ຊາມົນຕີ ເປັນຮອງຫົວໜ້າໜ່ວຍງານວິຊາການ. ໃນໂອກາດດັ່ງກ່າວ ທ່ານ ຫັດສະໄນ ສີບຸນເຫຼືອງ ແລະ ທ່ານ ນ.ບັນທະໄລ ໄຊຍະສິນ ກໍ່ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີດັ່ງກ່າວເຊິ່ງທ່ານ ໄດ້ເນັ້ນໃສ່2ໜ່ວຍງານວິຊາການດັ່ງກ່າວ ໃນການຈັດຕັ້ງປະຕິບັດວຽກງານຕາມສິດພາລະບົດບາດ ແລະ ໜ້າທີ່ຂອງຕົນໃຫ້ສອດຄ່ອງ, ມີຄວາມສາມັກຄີເປັນອັນໜຶ່ງອັນດຽວໃນການປະຕິບັດວຽກງານ, ທ່ານຍັງໄດ້ເນັ້ນໜັກວຽກງານການສຶກສາອົມການເມືອງການເມືອງແນວຄິດ ໃຫ້ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ໃຫ້ມີຄວາມເຂົ້າໃຈ ຕໍ່ກັບ ວຽກງານການປັບປຸງກົງຈັກການຈັດຕັ້ງ ໃຫ້ຖືເປັນວຽກງານປົກກະຕິ ຕາມສະພາບການຂອງໜ້າທີ່ວຽກງານໃນໄລຍະໃໝ່.
ໃນຕອນທ້າຍຂອງພິທີ່ດັ່ງກ່າວຕາງໜ້າໃຫ້ພະນັກງານສະມາຊິກພັກຂອງຫ້ອງການ ຊສ ເມືອງໄຊເສດຖາ ກໍ່ໄດ້ຂື້ນກ່າວຮັບຄໍາໂອວາດຈາກທ່ານປະທານ ແລະ ພິທີດັ່ງກ່າວກໍ່ໄດ້ສິ້ນສຸດລົງດ້ວຍບັນຍາກາດອັນຈົບງາມໃນມື້ດຽວກັນ.