ວັນທີ 27 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດກອງປະຊຸມວີດີໂອທາງໄກ ເພື່ອປຶກສາຫາລືກ່ຽວກັບການເມີນຜົນກະທົບດ້ານສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ (ESIA) ຂັ້ນແຂວງ ແລະ ຂັ້ນສູນກາງ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດວັງຕັດ, ເມືອງຊານໄຊ, ແຂວງອັດຕະປື ໃນເນື້ອທີ່ 18 ຕາຕະລາງກິໂລແມັດ ຂອງບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ. ໂດຍການເປັນປະທານຮ່ວມຂອງທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີກະຊວງຊັພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະ ທ່ານ ທະນູໄຊ ບັນຊາລິດ, ຮອງເຈົ້າແຂວງ-ແຂວງອັດຕະປື. ປະກອບມີບັນດາທ່ານຈາກກົມສິ່ງແວດລ້ອມ, ກົມຄວບຄຸມມົນລະພິດ, ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ, ພະແນກແຮາງງານ ແລະ ສະ ຫວັດດີການສັງຄົມແຂວງ, ອົງການແນວລາວສ້າງຊາດແຂວງ, ສະພາປະຊາຊົນແຂວງ, ພະແນກ ຊສແຂວງ, ພະແນກສາທາລະນະສຸກແຂວງ, ພະແນກພະລັງງານ ແລະ ບໍແຮ່ແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ອຳນາດການປົກຄອງເມືອງຊານໄຊ ພ້ອມດ້ວຍພະນັກງານວິຊາການ ແລະ ອຳນາດການປົກຄອງບ້ານ ເຂດຈຸດສຸມວັງຕັດເຂົ້າຮ່ວມ.

 

ທີ່ກອງປະຊຸມ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີກະຊວງຊັພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ກໍ່ໄດ້ກ່າວເປີກກອງປະຊຸມຢ່າງເປັນທາງການ ພ້ອມດຽວກັນນີ້; ທ່ານກໍ່ຍັງໄດ້ຮຽນຮ້ອງໃຫ້ທຸກພາກ ສ່ວນທີ່ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນຄັ້ງນີ້ ຈົ່ງໄດ້ພ້ອມພາກັນສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຊອກຫາທາງອອກຮ່ວມກັນໃນການວາງແຜນຄຸ້ມຄອງ, ປ້ອງກັນ ແລະ ແກ້ໄຂບັນດາຜົນກະທົບຕໍ່ສິ່ງແວດ ລ້ອມທີ່ຈະເກີດຂຶ້ນໃນໄລຍະການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ເພື່ອເຮັດໃຫ້ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ-ທຳມະຊາດ ແລະ ຊີວະນາໆພັນທີ່ອາໄສຢູ່ໃນເຂດໂຄງການ ແລະ ໃກ້ຄຽງ ໃຫ້ມີໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້.

ຈາກນັ້ນຕາງບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ແລະ ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ ໄດ້ລາຍງານຜົນການສຳຫຼວດ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ເຂດວັງຕັດ ເປັນຕົ້ນແມ່ນວິທີການຂຸດຄົ້ນ-ປຸງແຕ່ງ, ສະພາບການປັບປຸງ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ແລະ ແຜນຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມ, ມາດຕະການການປ້ອງກັນຜົນກະທົບຕໍ່ສິ່ງແວດ ລ້ອມ, ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ການປະກອບສ່ວນພັດທະນາສິ່ງແວດລ້ອມ ແລະ ການພັດທະນາທ້ອງຖິ່ນ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບັນຫາຜົນກະທົບ ທີ່ຈະເກີດຂຶ້ນຈາກການດຳເນີນໂຄງການ, ມາດຕະການການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ, ແຜນພັດທະນາທ້ອງຖິ່ນ ພ້ອມທັງງົບ ປະມານສຳລັບຈັດຕັ້ງປະຕິບັດວຽກງານ ແລະ ງົບປະມານໃນການຕິດຕາມກວດກາການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມຂອງໂຄງການ. ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນໄປເປັນເວລາເຄິ່ງວັນ ແລະ ອັດລົງດ້ວຍຜົນສຳເລັດຕາມຄາດໝາຍ.

ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628