Print

ວັນທີ 20 ສິງຫາ 2021 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງສະໜາມໄຊ ໄດ້ຈັດພະທີມອບໃບຕາດິນຖາວອນ ແລະ ໃບແຈ້ງເນື້ອທີ່ດິນກະສິກຳ ໃຫ້ແກ່ປະຊາຊົນຈຳນວນ 3 ບ້ານຂອງເມືອງຊະໜາມໄຊ ຄື: ບ້ານດົງບາກໃໝ່ຫີນຄຳ, ບ້ານສະໝອງໃໝ່ປີນດົງ ແລະ ບ້ານຫີນລາດ (ຈຸດຕໍມະຢອດ). ໂດຍການການເປັນປະທານຂອງທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ-ເມືອງສະໜາມໄຊ. ປະກອບມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງ ເຊັ່ນ: ທ່ານ ຄຳສິງ ພົງສະຫວັດ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າ ໄມ້ແຂວງ, ມີບັນດາທ່ານຫົວໜ້າຫ້ອງການຕ່າງອ້ອມຂ້າງເມືອງ ພ້ອມດ້ວຍອຳນາດການປົກຄອງບ້ານຂອງທັງ 3 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ບຸນໜາ ແກ້ວນາມວົງສາ ຮອງຫົວໜ້າຂະແໜງທີ່ດິນ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການອອກໃບຕາດິນຖາວອນ ແລະ ໃບແຈ້ງເນື້ອທີ່ດິນໄລຍະທີ່ຜ່ານມາ. ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງໆອັດຕະປື ສະບັບເລກທີ 901/ຈຂອປ. ວ່າດ້ອນການແຕ່ງຕັ້ງ ຄະນະວິຊາການພາກສະໜາມ ເພື່ອຂຶ້ນສຳມະໂນທີ່ດິນກະສິກຳ ຈຳນວນ 420 ຕອນ ແລະ ໃບແຈ້ງເນື້ອທີ່ດິນຈຳນວນ 135 ຕອນ ໃຫ້ແກ່ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຈາກນັ້ນທາງຄະນະຊີ້ນຳຂັ້ນແຂວງ, ເມືອງ, ວິຊາການພາກສະໜາມ ໄດ້ລົງເຄື່ອນໄຫວປະສານສົມທົບກັບອຳນາດການປົກຄອງຂອງທັງ 3 ບ້ານ ໄດ້ເປີດກອງປະຊຸມປະຊາສຳພັນກັບປະຊາ ຊົນທີ່ນອນໃນກຸ່ມເປົ້າໝາຍ ເພື່ອອະທິບາຍກ່ຽວກັບການຈັດຕັ້ງປະຕິບັດໃນການອອກໃບຕາດິນ ແລະ ໃບແຈ້ງເນື້ອທີ່ດິນກະສິກຳ. ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດອອກໃບຕາດິນຖາວອນໃຫ້ປະຊາຊົນໄດ້ 420 ຕອນ ແລະ ໃບແຈ້ງເນື້ອທີ່ດິນ 135 ຕອນ (ສຳເລັດຕາມແຜນ 100%). ເຊິ່ງປະກອບມີ ຄຸ້ມຫີນຄໍາ ຈໍານວນ 221 ຕອນ ມີເນື້ອທີ່ 570 ເຮັກຕາ, ຄຸ້ມດົງບາກ ຈຳນວນ 199 ຕອນ ມີເນື້ອທີ່ 177 ເຮັກຕາ. ບ້ານຫີນລາດ (ຄຸ້ມຕໍມະຢອດ) ສາມາດອອກໃບແຈ້ງເນື້ອທີ່ດິນໄດ້ 99 ຕອນ ປະກອບມີ 99 ຄອບຄົວ ມີເນື້ອທີ່ 180 ເຮັກຕາ, ບ້ານສະໝອງໃໝ່ປິນດົງ) ສາມາດອອກໃບແຈ້ງໄດ້ 45 ຕອນ ມີ 45 ຄອບຄົວ ໃນເນື້ອທີ່ 83 ເຮັກຕາ.

ຈາກນັ້ນ ກໍ່ໄດ້ມີການມອບ-ຮັບໃບຕາດິນຖາວອນ ແລະ ໃບແຈ້ງເນື້ອທີ່ດິນ ໃຫ້ແກ່ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງສະໜາມໄຊ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ ເພື່ອນຳໄປມອບໃຫ້ແກ່ປະຊາຊົນ ໃນຈຳນວນ 3 ບ້ານດັ່ງກ່າວ. ໂດຍຊ້ອງໜ້າທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງ-ເມືອງສະໜາມໄຊ ແລະ ມອບໂດຍທ່ານ ຄຳສິງ ພົງສະຫວັດ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ຮັບໂດຍທ່ານ ຄອນສະຫວັນ ພົມດວງຈັນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ທ່ານນາງ ວົງເດືອນ ຟອງສະໝຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.

ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628

ກວດແກ້ໂດຍ: ຫົວໜ້າ ຫ້ອງການບໍລິຫານ