Print

        ວັນທີ 25 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດເຝິກອົບຮົມກ່ຽວກັບການແຕ່ງເອກະສານທາງການ ແລະ ແນະນຳການບໍລິການເອກະສານດ້ານວິຊາການວຽກງານທີ່ດິນ ແລະ ສິ່ງແວດລ້ອມ ໃຫ້ແກ່ພະນັກງານຂອງພະແນກ ຊສ ແຂວງ ໂດຍການບັນຍາຍຂອງທ່ານ ວຽງໄຊ ນໍລະສິງ, ຫົວໜ້າຫ້ອງການບໍລິຫານ, ແຜນການ-ການເງິນ, ພະແນກ ຊສແຂວງ ແລະ ໃຫ້ກຽດເປັນປະທານໂດຍ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.ປະກອບມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງການພ້ອມດ້ວຍພະນັກງານວິຊາການພາຍໃນພະແນກຈຳນວນໜຶ່ງເຂົ້າຮ່ວມ.

ເອກະສານທີ່ນຳມາເຝິກອົບຮົມໃນຄັ້ງນີ້ປະກອບມີ 4 ຫົວຂໍ້ຫຼັກ:
(1) ບາງມາດຕາຂອງກົດໝາຍ ວ່າດ້ວຍເອກະສານ ສະບັບເລກທີ 69/ສພຊ, ລົງວັນທີ 20 ມິຖຸນາ 2019.
(2) ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍກະສານ ສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021.
(3) ບາງຫຼັກການໃນການແຕ່ງເອກະສານທາງລັດຖະການ.
(4) ເອກະສານກ່ຽວກັບການບໍລິການທາງດ້ານວິຊາການວຽກງານທີ່ດິນ ແລະ ສິ່ງແວດລ້ອມ ສຳລັບພະແນກຊສ ແຂວງອັດຕະປື ເຊິ່ງປະກອບມີ: ລັກສະນະ, ປະເພດ, ຮູບແບບເອກະສານ, ການແຕ່ງເອກະ ສານ, ການຄຸ້ມຄອງເອ ກະສານ, ການເຊັນເອກະສານ ແລະ ການປະທັບຕາ, ການເກັບຮັກສາສຳນວນເອກະສານ, ການມອບສຳນວນເອກະ ສານ ແລະ ເອກະສານອື່ນໆທາງລັດຖະການອີກຈຳນວນໜຶ່ງ.
ໃນໂອກາດທີ່ເຂົ້າຮ່ວມໃນພິທີທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະນັກງານທຸກໆທ່ານທີ່ໄດ້ເຂົ້າຮ່ວມເຝິກອົບຮົມໃນຄັ້ງນີ້.
ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມເຝິກອົບຮົມ ຈົ່ງໄດ້ພ້ອມພາກັນຄົ້ນຄ້ວາເອົາໃຈໃສ່ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນວຽກງານຕົວໃຫ້ມີໝາກຜົນ ແລະ ມີຄວາມເປັນເອກະພາບກັນຕາມລະບຽບຫຼັກການ. ການເຝິກອົບຮົມຄັ້ງນີ້ແມ່ນດຳເນີນໄປເປັນເວລາໜຶ່ງວັນເຕັມ.
ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628