ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງອັດຕະປື,ສະບັບເລກທີ550/ຈຂ.ອປ,ລົງວັນ ທີ22/4/2019.ວ່າດ້ວຍການຮັບຮອງເອົາແຜນການຈັດສັນເນື້ອທີ່ດິນກະສິກຳ ເພື່ອແບ່ງປັນ ໃຫ້ປະຊາຊົນນຳໃຊ້ເຂົ້າໃນການຜະລິດເປັນສິນຄ້າ ໃນ9ເຂດການຜະລິດມີເນື້ອທີ່ທັງໝົດ 2.140 ເຮັກຕາ,ຢູ່4ຈຸດບ້ານຈັດສັນໃໝ່ເມືອງ ສະໜາມໄຊ,ແຂວງອັດຕະປື.

ພາຍຫຼັງທີ່ໄດ້ສຳຫຼວດວັດແທກຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຈາກພາກສະໜາມເປັນທີ່ຮຽບຮ້ອຍແລ້ວ.ໃນຄັ້ງວັນທີ 14/8/2021,ອ້າຍນ້ອງພະນັກງານ ຂະແໜງທີ່ດິນ,ໄດ້ພ້ອມກັນຈັດຕັ້ງປະຕິບັດ ວຽກງານ,ການປ້ອນຂໍ້ມູນ,ການອອກໃບຕາດິນຖາວອນ(ປະເພດດິນກະສິກຳ)ໃນຈຳນວນ420ຕອນ,ມີເນື້ອທີ່ 452.83 ເຮັກຕາ, ຂອງປະຊາຊົນຈຸດບ້ານດົງບາກໃໝ່ຫີນຄຳ,ໃຫ້ສຳເລັດເພື່ອນຳໄປມອບໃບຕາດິນ ໃຫ້ປະຊາຊົນ.

ໝາຍບອກ:ສຳລັບບ້ານດົງບາກໃໝ່ຫີນຄຳ,ທີ່ໄດ້ອອກໃບຕາດິນຖາວອນ...ສ່ວນບ້ານອື່ນແມ່ນຂື້ນສຳມະໂນໃບແຜນທີ່.

ພາບຂ່າວໂດຍ: Nine9