ວັນທີ 3 ສິງຫາ 2021 ນີ້. ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງອັດຕະປື. ໄດ້ຈັດພິທີສຳມະນາສ້າງຄວາມເຂັ້ມແຂງໃຫ້ພະນັກງານກວດກາຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານຂອງທ່ານ ສຸກວິໄລ ພອນສາຣະແສນ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ສີທັດ ມັດທະວົງ, ຮອງຫົວໜ້າກົມກວດກາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ການ ຕະຫຼອດຮອດພະນັກງານວິຊາການພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ບຸນຈັນ ສຸວັນໂນ ຫົວໜ້າຂະແໜງກວດກາ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກວດກາຂອງພະແນກ ຊສ ແຂວງ ໃນຕະຫຼອດໄລຍະທີ່ຜ່ານມາ. ເປັນຕົ້ນແມ່ນວຽກງານຄົ້ນຄ້ວາເຊື່ອມຊຶມນິຕິກຳກ່ຽວກັບວຽກງານກວດກາ, ວຽກງານຕິດຕາມ, ກວດກາພັກ, ວຽກງານຕິດຕາມກວດກາການບໍລິຫານລັດ, ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄ້ວາຄຳຮ້ອງ-ຄຳສະເໜີ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ການບຳລຸງກໍ່ສ້າງພະນັກງານ ເຊິ່ງໃນຕະຫຼອດໄລຍະທີ່ຜ່ານມາຍ້ອນວ່າຄະນະພັກ-ຄະນະນຳພະແນກ ແມ່ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດ ຈຶ່ງເຮັດໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແມ່ນປະຕິບັດລະບຽບວິໄນໄດ້ດີ ບໍ່ມີການຜ່າຜືນຕໍ່ລະບຽບ, ກົດໝາຍ, ບໍ່ມີພຶດຕິກຳການສໍ້ລາດບັງຫຼວງ ແລະ ບໍ່ມີພະຍາດອາດຍາສິດເກີດຂຶ້ນ.
 
ເຊິ່ງໃນການຈັດຊຸດສຳມະນາໃນຄັ້ງນີ້. ບັນດາທ່ານທີ່ເຂົ້າຮ່ວມແມ່ນໄດ້ມີການຖອດຖອນ ແລກປ່ຽນບົດ ຮຽນເຊິ່ງກັນ ແລະກັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານກວດກາໃນຂະແໜງການຂອງຕົນ ເປັນຕົ້ນແມ່ນວຽກກວດກາໂຄງການລົງທຶນລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຕິດຕາມການຊຸກຍູ້ແລະ ກວດກາປັບປຸງແກ້ໄຂຜົນກວດສອບ, ວຽກງານກວດກາພັກ, ວຽກງານຄຳຮ້ອງ-ຄຳສະເໜີ ແລະ ວຽກງານການປະສານງານ ແລະ ການສະຫຼຸບວຽກງານກວດກາ. ເຊິ່ງຊຸດສຳມະນາໃນຄັ້ງນີ້ແມ່ນໄດ້ດຳເນີນໄປເປັນເວລາ 1 ວັນເຕັມຈຶ່ງຈະສຳເລັດ.
 
 
 
ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628