ວັນທີ 3 ກໍລະກົດ 2021 ນີ້. ຢູ່ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງສາມັກຄີໄຊ. ໄດ້ຈັດພິທີປະກາດການຈັດຕັ້ງພະນັກງານດຳລົງຕຳແໜ່ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານ ທີ່ຂຶ້ນກັບຫ້ອງການ ຊສ ເມືອງສາມັກຄີໄຊ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ຄຳໝັ້ນ ສີສະໝຸດ ຮອງເຈົ້າເມືອງ ເມືອງສາມັກຄີໄຊ, ມີທ່ານທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ ຊສ ເມືອງ, ແຂກຖືກເຊີນ ຕະຫຼອດຮອດພະນັກ ງານວິຊາການພາຍໃນຫ້ອງການ ຊສ ເມືອງດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ນະໂມ ຫໍ້ກິນນະວົງ ຮອງຫົວໜ້າຫ້ອງການ ຊສ ເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ0 45/ຈມ ວ່າດ້ວຍການຍຸບເລີກ 3 ໜ່ວຍງານ ແລະສ້າງຕັ້ງເປັນ 2 ໜ່ວຍງານຂອງຫ້ອງການ ຊສ ເມືອງຄື: ໜ່ວຍງານບໍລິຫານ ແລະໜ່ວຍງານທີ່ດິນ ຈາກນັ້ນກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 392/ຈມ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານຄື: ແຕ່ງຕັ້ງທ່ານ ຄຳເກີນ ວິໄລສານ ເປັນຫົວໜ້າໜ່ວຍງານບໍລິຫານ, ທ່ານ ແສງອາລຸນ ເຄນນາລຸນ ແລະທ່ານ ສຸລະໄຊ ແສງດາລາ ເປັນຮອງ, ແຕ່ງຕັ້ງທ່ານ ອຸໄລວັນ ກຸນລະແສງ ເປັນຫົວໜ້າໜ່ວຍງານວິຊາການ, ແຕ່ງຕັ້ງທ່ານ ສົງໃຈ ຈັນທະມາດ ແລະທ່ານ ພຸດທະສອນ ສຸທາມະວົງ ເປັນຮອງ.
 
ໃນໂອກາດທີ່ເຂົ້າຮ່ວມພິທີ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມແກ່ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານວິຊາການພາຍໃນຫ້ອງການ ຊສ ເມືອງດັ່ງກ່າວ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍິນດີ ແລະຊົມເຊີຍຕໍ່ກັບບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ແລະ ເປັນຮອງໜ່ວຍງານໃໝ່ ພ້ອມດຽວກັນນີ້ ທ່ານກໍ່ຍັງໄດ້ເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມດ້ວຍພະນັກງານວິຊາການທຸກທ່ານຈົ່ງໄດ້ພ້ອມພາກັນສືບຕໍ່ເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ບັນລຸຕາມເປົ້າໝາຍ ເປັນຕົ້ນແມ່ນວຽກງານທີ່ດິນ, ວຽກງານສິ່ງແວດລ້ອມ, ຊັບພະຍາກອນນ້ຳ-ອຸຕຸນິຍົມ ແລະ ວຽກງານກວດກາ ເເຊິ່ງວຽກງານເລົ່ານີ້ແມ່ນເປັນໝາກຫົວໃຈສຳຄັນໃນຂົງເຂດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
 
ພາບ-ຂ່າວໂດຍ: ລັດຖະພູມ ບົວໄຊສີ 02095693628