ວັນທີ 18 ກຸມພາ 2022 ນີ້.ຢູ່ທີ່ຫ້ອງປະຊຸມຂອງພະແນກ ຊສ ແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານຂຶ້ນທະບຽນອອກໃບຕາດິນຜ່ານວີດີໂອຄອນຟາແລັນ ຢູ່ 5 ແຂວງ ຄື: ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງບໍ່ແກ້ວ ແລະແຂວງອັດຕະປືຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ມີທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ທ່ານ ເພັດມີໄຊ ຄຳພັກດີ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງສາມັກຄີໄຊ , ມີບັນດາທ່ານຫົວໜ້າ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ແຂວງ. ມີບັນດາທ່ານນັກວິທະຍາກອນຈາກກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ຕະຫຼອດຮອດພະນັກງານວິຊາການຂະແໜງທີ່ດິນ, ຈາກ 5 ແຂວງເຂົ້າຮ່ວມຝຶກອົບຮົມ.

ໃນໂອກາດນີ້ທ່ານອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກໍ່ໄດ້ສະເໜີແຜນການປັບປຸງລະບົບການຂຶ້ນທະບຽນອອກໃບຕາດິນໃນການຈັດຕັ້ງປະຕິບັດທີ່ຜ່ານມາ ພ້ອມທັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານທີ່ດິນ ແລະການຝຶກອົບຮົມວຽກງານດັ່ງກ່າວຈາກ 5 ແຂວງ  ເວົ້າລວມເວົ້າສະເພາະກໍ່ແມ່ນຢູ່ແຂວງອັດຕະປື ພາກປະຕິບັດຕົວຈິງແມ່ນໄດ້ແນະນໍາ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງໜ່ວຍງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ; ແນະນໍາ ບາງມາດຕາຂອງ ກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ 2019; ເຜີຍແຜ່ ແລະ ແນະນໍາ ຄຳແນະນໍາວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີຕາດິນ ສະບັບ 6377/ກຊສ, ລົງວັນທີ 31 ທັນວ່າ 2021; ແນະນໍາ ຂໍ້ຕົກລົງ ຂອງ ກຊສ ສະບັບເລກທີ 0672/ກຊສ, ລົງວັນທີ 19 ກຸມພາ 2021 ວ່າດ້ວຍການກໍານົດເນື້ອໃນແບບພິມ ແລະ ການພິມຕາມແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ; ເຜີຍແຜ່ ແລະ ແນະນໍາ ຂໍ້ຕົກລົງ ຂອງກົມທີດິນ ສະບັບເລກທີ 1972/ກຊສ.ກທດ, ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ; ເຜີຍແຜ່ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 6580/ກຊສ, ລົງວັນທີ 15 ກັນຍາ 2014 ວ່າດ້ວຍການກຳນົດມາດຖານດ້ານບໍລິການໃນການຂື້ນທະບຽນທີ່ດິນອອກໃບຕາດິນ ແລະ ການຈົດທະບຽນນິຕິກຳກ່ຽວກັບທີ່ດິນ; ແນະນໍາ ການຂຽນບົດບັນທຶກການສອບຖາມສິດ ແລະ ຂໍ້ມູນຫຼັກຖານກ່ຽວກັບທີ່ດິນ ( ຂ2 ), ໃບແຈ້ງທີ່ດິນ ( ຂ1 ) ແລະ ໃບມອບສິດໃຫ້ຕາງໜ້າ ( ຂ3 ); ແນະນໍາ ການຂຽນຕົວຢ່າງການບັນທຶກ ຄໍາໃຫ້ການ ເພື່ອເກັບກໍາຂໍ້ມູນ ການໄດ້ມາຂອງສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ຂອງເຈົ້າຂອງສິດນໍາໃຊ້ທີ່ດິນ ຫຼື ຜູ້ຕາງໜ້າ ( ໃນແຕ່ລະກໍລະນີ ຢູ່ແບບພິມ ຂ2); ນໍາສະເໜີຄູ່ມື ພື້ນຖານການສໍາຫຼວດ-ວັດທກ ແລະ ສ້າງແຜນທີ່ຕາດິນ; ນໍາສະເໜີ ຄູ່ມືການນໍາໃຊ້ອຸປະກອນ GNSS RTK Land star7;  ນໍາສະເໜີ ການພັດທະນາ ແລະ ການນໍາໃຊ້ລະບົບຖານຂໍ້ມູນທະບຽນທີ່ດິນ, ອົງປະກອບລະບົບຖານຂໍ້ມູນທະບຽນທີ່ດິນ Lao Land Reg, ການແລກປ່ຽນຂໍ້ມູນຂ່າວສານທີ່ດິນ (ICT), ການຄຸ້ມຄອງບໍລິຫານຂໍ້ມູນ ດີຈີຕອລ ການເກັບມ້ຽນເອກະສານ ໃນຮູບແບບຟາຍ folder Digital ແລະ ແຜນການເຊື່ອມໂຍງ Network ລະບົບເຄືອຄ່າຍທີ່ດິນ; ແນະນະນໍາພານັກສໍາມະນາກອນຕິດຕັ້ງ ໂປຼແກຼມ QGIS, LaoLandReg ແລະ PG Addmin 10, 9.5; ແນະນໍາການ Back up ຂໍ້ມູນ ແລະ ການນໍາສົ່ງຕອນດິນເຂົ້້າ, ອອກ ຖານຂໍ້ມູນ ແລ້ວພິມໃບທະບຽນທີ່ດິນ ແລະ ໃບຕາດິນ.

ຈາກນັ້ນກໍ່ໄດ້ມີການຈັດຕັ້ງປະຕິບັດຕົວຈິງແມ່ນໄດ້ລົງບ້ານເປົ້າໝາຍຄື: ບ້ານ ສະເພົາທອງ 2 ວັນ ຕາມແຜນການຝຶກອົບຮົມ ທີ່ຄະນະຄູຝຶກ, ຫຊສ ເມືອງ ສາມັກຄີໄຊ ແລະ ຂະແໜງທີ່ດິນແຂງອັດຕະປືໄດ້ເອກະພາບ, ໄດ້ແບ່ງອອກເປັນ 5 ຈຸງານເພື່ອລົງສຳຫຼວດ-ວັດແທກ, ສອບຖາມສິດ ເພື່ອຂື້ນທະບຽນທີ່ດິນອອໃບຕາດິນ ໃຫ້ໄດ້ຕາມແຜນການຝຶກອົບຮົມຕົວຈິງຢ່າງໜ້ອຍ 25 ຕອນ ໂດຍໄດ້ນໍາໃຊ້ອຸປະກອນ GNSS RTK ສໍາຫຼວດ-ວັດແທກ ພ້ອມທັງແຕ້ມໃບແຜນທີ່ຕອນດິນ ກ1 ແລະ  ກ2 ແລະ ໃຫ້ພະນັກງານສອບຖາມສິດ ຢູ່ຫ້ອງການ ບ້ານ ເພື່ອລໍຖ້າ ເຈົ້າຂອງສິດນໍາໃຊ້ທີ່ດິນ ພາຍຫຼັງສຳຫຼວດ-ຕອນດິນຂອງຕົນສຳເລັດແລ້ວໃຫ້ນໍາເອົາ ແບບພິມ ກ1 ທີ່ ເຊັນຂ້າງຄຽງຄົບຖ້ວນ, ພ້ອມດ້ວຍປື້ມສຳມະໂນຄົວ, ບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລ້ວເຂົ້າມາຫ້ອງການບ້ານ ເພື່ອໃຫ້ພະນັກງານສອບຖານສິດເກັບກໍາຂໍ້ມູນຫຼັກຖານກ່ຽວກັບທີ່ດິນ, ຂໍ້ມູນກ່ຽວກັບເຈົ້າຂອງສິດ ແລະ ປະກອບສໍານວນຕອນດິນໃຫ້ຄົບຖ້ວນຢູ່ພາກສະໜາມ ໃຫ້ສຳເລັດຊື່ງສາມາດສັງລວມໄດ້ດັ່ງນີ້:

  • ລົງສໍາຫຼວດ-ວັດແທກຕອນດິນໄດ້ ຈໍານວນ 32 ຕອນ;
  • ແຕ້ມແຜນທີ່ຕອນດິນ ກ1                              ຈໍານວນ 32 ຕອນ;
  • ສອບຖາມສິດ ແລະ ເກັບກໍາຂໍ້ມູນຫຼັກຖານກ່ຽວກັບທີ່ດິນ ຈໍານວນ 32 ຕອນ;
  • ສົ່ງຂໍ້ມູນຕອນດິນເຂົ້້າຖານຂໍ້ມູນ ຈໍານວນ 32 ຕອນ (ເຮັດເປັນຕົວຢ່າງ);
  • ກອງກາງກວດຜ່ານເອກະສານຕອນດິນ ຈໍານວນ 25 ຕອນ (ເຮັດເປັນຕົວຢ່າງ);
  • ພິມໃບທະບຽນທີ່ດິນ ແລະ ໃບຕາດິນ          ຈໍານວນ 25 ຕອນ (ເຮັດເປັນຕົວຢ່າງ).

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່ານັກສໍາມະນາກອນສາມາດປະເມີນຜົນພະນັກງານທີ່ເຂົ້າຮ່ວມການຝຶກອົບຮົມວຽກງານຂື້ນທະບຽອອກໃບຕາດິນຢ່າງເປັນລະບົບໄດ້ 90 %  ຍ້ອນວ່າມີພະນັກງານທີ່ຢູ່ໃນຈຸງານຂື້ນທະບຽນອອກໃບຕາດິນ ເຄີຍໄດ້ເຮັດວຽກງານພິສູດຫຼັກຖານມາກ່ອນ, ບາງຈຳນວນ ແມ່ນພະນັກງານທີ່ບັນຈຸໃໝ່ ແຕ່ກໍ່ຢູ່ໃນຂະແໜງທີ່ດິນ ທີ່ເຄີຍເຮັດວຽກແຕ່ກໍ່ຍັງບໍ່ທັນສຳນານເທົ່າຄວນ ຜ່ານການຝຶກອົບຮົມດ້ານທິດສະດີແລ້ວ ໄດ້ລົງຈັດຕັ້ງປະຕິບັດຕົວຈິງ ຊື່ງສະແດງອອກຄື: ຈຸງານສໍາຫຼວດ-ວັດແທກມີ: ນາຍຊ່າງວັດແທກ ແລະ ຜູ້ຊ່ວຍນາຍຊ່າງວັດແທກເຂົ້າໃຈ ແລະ ສາມາດນໍາໃຊ້ກ້ອງສໍາຫຼວດ-ວັດແທກຕອນດິນ, ແຕ້ມໃບແຜນທີ່ຕອນດິນ ກ1 ແລະ ປ້ອນຂໍ້ມູນຕອນດິນທີ່ສໍາຫຼວດມາໄດ້ເຂົ້າຄອມພິວເຕີ ເພື່ອຕົບແຕ່ງແຕ້ມ ແຜນທີ່ຕອນດິນເຂົ້າແບບພິມ ກ2 ຕາມທີ່ທາງກົມທີ່ດິນ, ກຊສ ກໍານົດມາໄດ້ຕາມເຕັກນິກ,  ຫຼັງຈາກນັ້ນສົ່ງຂໍ້ມູນໃຫ້ຈຸງານສອບຖາມສິດສໍາເລັດໄດ້ເປັນຢ່າງດີ; ຈຸງານສອບຖາມສິດ ມີຄວາມເຂົ້າໃຈ ແລະ ສາມາດເກັບກໍາຂໍ້ມູນກ່ຽວກັບທີ່ດິນ, ເອກະສານກ່ຽວກັບຄົນ ໃນການສອບຖາມສິດຄອບຄອງ ແລະ ສິດນໍາໃຊ້ທີ່ດິນ ນໍາເຈົ້າຂອງສິດນໍາໃຊ້ທີ່ດິນ ເພື່ອຂຽນ ແລະ ບັນທຶກເຂົ້າຕາມແບບພິມ ທີ່ທາງການກໍານົດມາເປັນຕົ້ນ: ບົດບັນທຶກການສອບຖາມສິດ ແລະ ຂໍ້ມູນຫຼັກຖານກ່ຽວກັບທີ່ດິນ ( ຂ2 ), ໃບແຈ້ງ ທີ່ດິນ ( ຂ1 ) ແລະ ໃບມອບສິດໃຫ້ຕາງໜ້າ ( ຂ3 ), ຫັງຈາກສອບຖາມສິດ ແລະ ບັນທຶກຂໍ້ມູນແລ້ວ ໄດ້ປະກອບສໍານວນເອກະສານຕອນດິນສໍາເລັດເປັນທີ່ຮຽບຮ້ອຍ; ຈຸງານຄຸ້ມຄອງຖານຂໍ້ມູນ ( ກອງກາງ ) ສາມາດເຂົ້າໃຈ ແລະ ສາມາດກວດຮັບສໍານວນເອກະສານຕອນດິນຈາກຈຸງານສໍາຫຼວດ-ວັດແທກ ແລະ ຈຸງານງານສອບຖາມສິດ ເພື່ອສັງລວມເຂົ້າຖານຂໍ້ມູນທີ່ດິນ ແລ້ວສົ່ງສໍານວນໄປກວດກາເຕັກນິກ, ຫຼັງຈາກນັ້ນ ຈະສົ່ງສໍານວນເອກະສານຕອນດິນໄປໃຫ້ຄະນະກໍາມະການຜ່ານເອກະສານຂື້ນທະ ບຽນອອກໃບຕາດິນ ເພື່ອຈັດປະເພດຕອນດິນ ແລະ ອອກແຈ້ງການຜ່ານສື່ມວນຊົນ ແລະ ຕິດປະກາດຫາຜູ້ຄັດ ຄ້ານຕາມກໍານົດເວລາ ພ້ອມທັງພິມໃບທະບຽນທີ່ດິນ ແລະ ໃບຕາດິນ; ສະຫຼຸບລວມແລ້ວ ຈຸງານວິຊາການຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບຂອງເມືອງ ສາມັກຄີໄຊ ແມ່ນສາ ມາດດໍາເນີນການໄດ້ທຸກວິທີການ ແລະ ຂັ້ນຕອນ ຈົນກ້າວໄປເຖິງການພິມໃບທະບຽນທີ່ດິນ ແລະ ໃບຕາດິນສໍາເລັດ ເພື່ອກຽມລົງລາຍເຊັນ.

ຈາກນັ້ນໃນໂອກາດທີ່ເຂົ້າຮ່ວມໃນພິທີທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ກໍ່ໄດ້ໃຫ້ກຽດໂອລົມຕໍ່ບັນດາທ່ານທີ່ເຂົ້າຮ່ວມໃນພິທີ ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີນຕໍ່ການນຳຂອງແຂວງ, ຄະນະພະແນກ ຊສ ແຂວງ ພ້ອມດ້ວຍນັກວິທະຍາກອນທີ່ເຂົ້າຮ່ວມຝຶກອົບຮົມຈາກ 5 ແຂວງ ຄື: ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງບໍ່ແກ້ວ ແລະແຂວງອັດຕະປື ທີ່ໄດ້ພ້ອມພາກັນເອົາໃຈໃສ່ຄົ້ນຄ້ວາຮໍ່າຮຽນນຳບັນດາຄູຝຶກເຊິ່ງມັນສະແດງອອກຄືບັນດານັກສຳມະນາກອນມີຄວາມຮັບຮູ້ ແລະເຂົ້າໃຈໃນການລົງຈັດຕັ້ງປະຕິບັດວຽກງານຕົວຈິງ ພ້ອມດຽວກັນນີ້້ທ່ານກໍ່ຂໍຮຽກຮ້ອງມາຍັງນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ຈົ່ງນຳໃຊ້ບົດຮຽນທີ່ໄດ້ຮຽນມາ ນຳໄປໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ປະສົບຜົນສຳເລັດຕາມເປົ້າໝາຍທີ່ໄດ້ວາງໄວ້. ຈາກນັ້ນໃນຕອນທ້າຍຂອງພິທີກໍ່ໄດ້ມີການມອບໃບຢ້ງຢືນໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໂດຍການໃຫ້ກຽດມອບຂອງທ່ານການນຳຂອງແຂວງ ຈາກ 5 ແຂວງທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້.

ຂ່າວ-ພາບໂດຍ: ລັດຖະພູມ ບົວໄຊສີ                                        

ກວດແກ້ໂດຍ: ວຽງໄຊ ນໍລະສິງ.